ທ່ານສີຈິ້ນຜິງແລະທ່ານມາຄຣົງຮ່ວມກັນຖະແຫຼງຂ່າວຕໍ່ສື່ມວນຊົນ

2024-05-07 07:46:41 cri

 

    ຕອນບ່າຍວັນທີ 6 ພຶດສະພານີ້, ພາຍຫຼັງການພົບປະເຈລະຈາກັນ, ທ່ານ ສີຈິ້ນຜິງ ປະທານປະເທດຈີນ ແລະ ທ່ານ ເອັມມານູເອວ ມາຄຣົງ ປະທານາທິບໍດີຝຣັ່ງ ໄດ້ຮ່ວມກັນຖະແຫຼງຂ່າວຕໍ່ສື່ມວນຊົນຢູ່ທຳນຽບປະທານາທິບໍດີຝຣັ່ງທີ່ນະຄອນຫຼວງປາຣີ.


    ໃນໂອກາດນີ້, ທ່ານ ສີຈິ້ນຜິງ ຊີ້ໃຫ້ເຫັນວ່າ: ຂ້າພະເຈົ້າໄດ້ພົບປະເຈລະຈາກັບປະທານາທິບໍດີມາຄຣົງຢ່າງມີປະສິດທິຜົນ. ພວກຂ້າພະເຈົ້າເຫັນດີເປັນເອກະພາບກັນວ່າ: ສາຍພົວພັນຈີນ-ຝຣັ່ງມີຄຸນຄ່າພິເສດ ແລະ ມີພາລະກໍາອັນສໍາຄັນ ເຊິ່ງສອງຝ່າຍຄວນສືບທອດພາລະກໍາປະຫວັດສາດໃຫ້ດີເພື່ອໄຂສັງກາດໃໝ່ໃຫ້ແກ່ອີກ 60 ປີຕໍ່ໜ້າຂອງສາຍພົວພັນລະຫວ່າງຈີນ-ຝຣັ່ງ.



    ພວກຂ້າພະເຈົ້າໄດ້ຕົກລົງໃຫ້ເຮັດວຽກເຫຼົ່ານີ້ໃຫ້ດີ: ໜຶ່ງ, ປັບປຸງສາຍພົວພັນລະຫວ່າງສອງປະເທດໃຫ້ມີຄວາມໝັ້ນຄົງດ້ານຍຸດທະສາດ; ສອງ, ຂຸດຄົ້ນຄວາມສາມາດບົ່ມຊ້ອນທີ່ຫຼວງຫຼາຍຂອງການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ; ສາມ, ເລັ່ງລັດຊຸກຍູ້ການແລກປ່ຽນດ້ານວັດທະນະທໍາເຊິ່ງກັນແລະກັນ; ສີ່, ເຕົ້າໂຮມຄວາມເຫັນທີ່ເປັນເອກະພາບກັນໃຫ້ຫຼາຍກວ່າເກົ່າເພື່ອການຮ່ວມມືຂອງທົ່ວໂລກ.


    ທ່ານ ສີຈິ້ນຜິງ ຊີ້ໃຫ້ເຫັນຕື່ມອີກວ່າ: ໂລກໃນປັດຈຸບັນແມ່ນບໍ່ມີຄວາມສະຫງົບທີ່ສຸດ. ໃນຖານະທີ່ເປັນປະເທດສະມາຊິກຖາວອນຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ ແລະ ປະເທດໃຫຍ່ທີ່ມີຄວາມຮັບຜິດຊອບ, ຈີນຍິນດີຮ່ວມກັບຝຣັ່ງ, ຖືເອົາງານກິລາໂອລິມປິກປາຣີເປັນໂອກາດທີ່ສໍາຄັນ ເພື່ອສົ່ງເສີມໃຫ້ທົ່ວໂລກບັນລຸການຢຸດຍິງໃນໄລຍະຈັດງານກິລາດັ່ງກ່າວ.