ທາງລົດໄຟຈີນ-ລາວ ແລະ “ເສດຖະກິດວັນພັກ” ຍູ້ໜູນກັນ ເຮັດໃຫ້ການທ່ອງທ່ຽວພັດທະນາກ້າວຂຶ້ນ

2024-05-07 15:40:28 cri

ໃນໄລຍະພັກວັນກຳມະກອນສາກົນປີນີ້, ດ່ານບໍ່ຫານຕາມທາງລົດໄຟຈີນ-ລາວໄດ້ຕ້ອນຮັບຜູ້ໂດຍສານເຂົ້າ-ອອກເມືອງຈຳນວນຫຼວງຫຼາຍ, ໄດ້ກວດກາລົດໄຟໂດຍສານສາກົນຕາມທາງລົດໄຟຈີນ-ລາວລວມທັງໝົດ 18 ຂະບວນ; ກວດກາ ແລະ ອະນຸຍາດຜູ້ໂດຍສານເຂົ້າອອກເມືອງ 4.067 ຄົນ, ເພີ່ມຂຶ້ນ 101% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.

ໃນຖານະເປັນໂຄງການສຳຄັນໃນການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ດ້ວຍຄຸນນະພາບສູງ ແລະ ຊຸກຍູ້ການເຊື່ອມໂຍງເຊື່ອມຈອດກັນ, ນັບແຕ່ເປີດການນຳໃຊ້ເປັນຕົ້ນມາ, ທາງລົດໄຟຈີນ-ລາວໄດ້ສ້າງພະລັງຂັບເຂື່ອນອັນແຂງແຮງໃຫ້ແກ່ການພັດທະນາເສດຖະກິດຂອງສອງປະເທດດ້ວຍຄຸນນະພາບສູງ ແລະ ກາຍເປັນຂົວຕໍ່ທີ່ສຳຄັນໃນການເຊື່ອມຈອດກັບບັນດາປະເທດພາຍໃນພາກພື້ນ. ວັນທີ 13 ເມສາ 2023, ລົດໄຟໂດຍສານສາກົນນະຄອນຄຸນໝິງ-ນະຄອນຫຼວງວຽງຈັນຕາມທາງລົດໄຟຈີນ-ລາວໄດ້ເປີດບໍລິການເປັນຄັ້ງທຳອິດ. ໃນໄລຍະໜຶ່ງປີກວ່າທີ່ຜ່ານມາ, ລົດໄຟຜູ້ໂດຍສານສາກົນດັ່ງກ່າວໄດ້ເຮັດໃຫ້ການທ່ອງທ່ຽວສິບສອງພັ່ນນາ, ຫຼວງພະບາງ ແລະ ຕົວເມືອງອື່ນໆກາຍເປັນກະແສນິຍົມ, ກະຕຸ້ນພະລັງຂັບເຄື່ອນໃໝ່ດ້ານການບໍລິໂພກ, ຊຸກຍູ້ການແລກປ່ຽນດ້ານວັດທະນະທຳ ແລະ ການຮ່ວມມືດ້ານເສດຖະກິດການຄ້າຈີນ-ລາວ. ຜ່ານມາອີກໜຶ່ງປີ ຄືວັນທີ 13 ເມສາປີນີ້, ທາງລົດໄຟຈີນ-ລາວໄດ້ເພີ່ມລົດໄຟໂດຍສາກົນສິບສອງພັ່ນນາ-ຫຼວງພະບາງ 1 ຄູ່, ເຮັດໃຫ້ຜູ້ໂດຍສານເຂົ້າ-ອອກເມືອງເພີ່ມຂຶ້ນຢ່າງຫຼວງຫຼາຍ ພ້ອມທັງຍົກສູງຄວາມສາມາດໃນການຂົນສົ່ງສາກົນຂອງທາງລົດໄຟຈີນ-ລາວໃນໄລຍະວັນກຳມະກອນສາກົນ.

ເມື່ອເບິ່ງຈາກສະພາບການລວມຂອງຕະຫຼາດຈີນແລ້ວ, ຄຽງຄູ່ກັບການຟື້ນຟູເສັ້ນທາງການບິນ, ການປະຕິບັດມາດຕະກາເພື່ອໃຫ້ຄວາມສະດວກໃນການເຂົ້າເມືອງ ແລະ ປະເທດທີ່ຍົກເວັ້ນວີຊາເຊິ່ງກັນແລະກັນກັບຈີນເພີ່ມຂຶ້ນ, ການທ່ອງທ່ຽວເຂົ້າ-ອອກເມືອງຂອງຈີນໄດ້ຟຶ້ນຟູຢ່າງວ່ອງໄວ. ອີງຕາມຂໍ້ມູນສະແດງໃຫ້ເຫັນວ່າ: ໃນໄລຍະພັກວັນກຳມະກອນສາກົນປີນີ້, ນັກທ່ອງທ່ຽວຈີນໄດ້ພາກັນເດີນທາງໄປຮອດ 1.000 ກວ່າຕົວເມືອງໃນທົ່ວໂລກ, ຊຸກຍູ້ການຟື້ນຟູການບໍລິໂພກຂອງແຫ່ງຕ່າງໆໃນໂລກ. “ຕະຫຼາດການທ່ອງທ່ຽວໃນວັນພັກຄືກຄັກຫຼາຍ” “ຂໍ້ມູນການບໍລິໂພກຫຼາຍລາຍການໄດ້ສ້າງສະຖິຕິໃໝ່”……ໃນສາຍຕາຂອງສື່ມວນຊົນຕ່າງປະເທດ, ພະລັງຊີວິດຂອງຕະຫຼາດການບໍລິໂພກຂອງຈີນໃນໄລຍະພັກວັນກຳມະກອນສາກົນປີນີ້ ໄດ້ສ່ອງແສງໃຫ້ເຫັນເຖິງທ່ວງທ່າການພັດທະນາທີ່ດີຂອງເສດຖະກິດຈີນ.

ນັບແຕ່ຕົ້ນປີນີ້ເປັນຕົ້ນມາ, ຈີນໄດ້ວາງມາດຕະການຕ່າງໆເພື່ອສົ່ງເສີມການບໍລິໂພກ ເຊິ່ງໄດ້ຕອບສະໜອງຄວາມຕ້ອງການດ້ານການບໍລິໂພກທີ່ມີຫຼາກຫຼາຍປະເພດ ແລະ ຄຸນນະພາບສູງ ພ້ອມທັງໄດ້ກະຕຸ້ນພະລັງຂັບເຄື່ອນພາຍໃນຂອງຕະຫຼາດການບໍລິໂພກຂອງຈີນ. “ເສດຖະກິດວັນພັກ” ທີ່ເປັນໜຶ່ງໃນພະລັງຂັບເຄື່ອນທີ່ສຳຄັນຂອງຕະຫຼາດການບໍລິໂພກ ກຳລັງປ່ອຍຄວາມສາມາດບົ່ມຊ້ອນຢ່າງຕໍ່ເນື່ອງ. ຄຽງຄູ່ກັບການເສີມຂະຫຍາຍບົດບາດຢ່າງຕໍ່ເນື່ອງຂອງມາດຕະການເພື່ອຄວາມສະດວກຕ່າງໆໃນ “ປີທ່ອງທ່ຽວລາວ” 2024 ບວກກັບທາງລົດໄຟຈີນ-ລາວ, “ເສດຖະກິດວັນພັກ” ຈະສ້າງພະລັງຂັບເຂື່ອນຫຼາຍກວ່າເກົ່າໃຫ້ແກ່ການພັດທະນ ແລະ ຄວາມຈະເລີນຮຸ່ງເຮືອງຂອງການທ່ອງທ່ຽວຢູ່ລຽບຕາມເສັ້ນທາງດັ່ງກ່າວ.