ທ່ານສີຈິ້ນຜິງເດີນທາງໄປຮອດຕາເບສ໌

2024-05-07 19:27:27 cri

ວັນທີ 7 ພຶດສະພານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ເດີນທາງໄປຮອດນະຄອນຕາເບສ໌ຂອງຝຣັ່ງດ້ວຍເຮືອບິນພິເສດ, ສືບຕໍ່ຢ້ຽມຢາມຝຣັ່ງທາງລັດຖະກິດ. ທ່ານເອັມມານູເອວ ມາຄຣົງ ປະທານາທິບໍດີຝຣັ່ງພ້ອມດ້ວຍທ່ານນາງບຣີກິດ ມາຄຣົງ ພັນລະຍາແລະການນຳທ້ອງຖິ່ນໄດ້ຕ້ອນຮັບທ່ານສີຈິ້ນຜິງ ຢູ່ສະໜາມບິນ.