ທ່ານສີຈິ້ນຜິງພົບປະເຈລະຈາກັບປະທານາທິບໍດີຝຣັ່ງ

2024-05-07 07:49:00 cri



ຕອນບ່າຍວັນທີ 6 ພຶດສະພານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະເຈລະຈາກັບທ່ານເອັມມານູເອວ ມາຄຣົງ ປະທານາທິບໍດີຝຣັ່ງຢູ່ວັງເອລີເຊ ທີ່ນະຄອນຫຼວງປາຣີປະເທດຝຣັ່ງ.

ໃນໂອກາດດັ່ງກ່າວ, ຜູ້ນຳສອງປະເທດໄດ້ແລກປ່ຽນຄວາມເຫັນຢ່າງເລິກເຊິ່ງກ່ຽວກັບຈີນ-ຝຣັ່ງສ້າງຕັ້ງສາຍພົວພັນທາງການທູດຄົບຮອບ60ປີ, ສາຍພົວພັນມິດຕະພາບຈີນ-ຝຣັ່ງ, ການຮ່ວມມືດ້ານການຄ້າແລະການແລກປ່ຽນດ້ານວັດທະນະທຳສອງຝ່າຍລວມທັງເຕັກໂນໂລຊີທີ່ທັນສະໄໝຊັ້ນຍອດ ກໍຄື ບັນຫາທົ່ວໂລກເຊັ່ນ: ການປ່ຽນແປງຂອງດິນຟ້າອາກາດ, ຄວາມຫຼາກຫຼາຍດ້ານຊີວະນານາພັນຂອງທະເລແລະອື່ນໆ. ນອກນີ້ ສອງຝ່າຍຍັງໄດ້ລົງເລິກແລກປ່ຽນຄວາມເຫັນກ່ຽວກັບບັນຫາໃນສາກົນແລະພາກພື້ນທີ່ມີຄວາມສົນໃຈຮ່ວມກັນເປັນຕົ້ນແມ່ນ ວິກິດການອູແກຣນ, ການປະທະກັນລະຫວ່າງປາແລັດສະຕິນ-ອິດສະຣາແອນແລະອື່ນໆ.



ທ່ານສີຈິ້ນຜິງຊີ້ໃຫ້ເຫັນວ່າ: ຈີນແລະຝຣັ່ງເປັນປະເທດມົນຕີຖາວອນຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ, ຄວນອອກສຽງເພື່ອແກ້ໄຂບັນຫາ ເຄັ່ງຮ້ອນດ້ວຍສັນຕິວິທີ, ປະກອບສ່ວນເຂົ້າໃນການຊຸກຍູ້ການສ້າງໂລກທີ່ມີສັນຕິພາບຖາວອນແລະມີຄວາມໝັ້ນຄົງຢ່າງທົ່ວເຖິງ. ຈີນຍິນດີຮ່ວມກັບຝຣັ່ງຖືເອົາງານມະຫາກຳກິລາໂອລິມປິກປາຣີເປັນໂອກາດທີ່ດີເພື່ອສົ່ງເສີມໃຫ້ທົ່ວໂລກຢຸດຍິງໃນໄລຍະຈັດງານກິລາໂອລິມປິກ.



ສອງຝ່າຍໄດ້ອອກຖະແຫຼງການຮ່ວມ4ສະບັບກ່ຽວກັບສະຖານະການຢູ່ເຂດຕາເວັນອອກກາງ, ປັນຍາປະດິດກັບການບໍລິຫານໂລກ, ຊີວະນານາພັນກັບທະເລ ກໍຄື ການແລກປ່ຽນການຮ່ວມມືດ້ານກະສິກຳ, ນອກນີ້ຍັງໄດ້ລົງນາມໃນເອກະສານຮ່ວມມືສອງຝ່າຍເກືອບ20ກວ່າສະບັບທີ່ພົວພັນເຖິງຂົງເຂດຕ່າງໆເຊັ່ນການພັດທະນາສີຂຽວ, ການບິນ, ອາຫານທີ່ເປັນຜະລິດຕະພັນກະສິກຳ, ການຄ້າ, ວັດທະນະທຳແລະອື່ນໆ.