ທ່ານສີຈິ້ນຜິງເຂົ້າຮ່ວມພິທີຕ້ອນຮັບທີ່ຈັດຂຶ້ນໂດຍທ່ານມາຄຣົງ

2024-05-07 07:45:53 cri

ຕອນບ່າຍວັນທີ 6 ພຶດສະພານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນທີ່ພວມຢ້ຽມຢາມຝຣັ່ງທາງລັດຖະກິດໄດ້ເຂົ້າຮ່ວມພິທີຕ້ອນຮັບຢ່າງຍິ່ງໃຫຍ່ຈະສົມກຽດທີ່ຈັດຂຶ້ນຢູ່ນະຄອນຫຼວງປາຣີໂດຍທ່ານເອັມມານເອວ ມາຄຣົງ ປະທານາທິບໍດີຝຣັ່ງ.

ພາຍຫຼັງເຂົ້າຮ່ວມພິທີຕ້ອນຮັບແລ້ວ, ທ່ານສີຈິ້ນຜິງ ພ້ອມດ້ວຍ ທ່ານນາງເຜີງລີ້ຢວນພັນລະຍາໄດ້ເດີນທາງໄປວັງເອລີເຊພາຍໃຕ້ການປ້ອງກັນຂອງກອງທະຫານມ້າກຽດຕິຍົດ ແລະ ຂະບວນລົດຈັກອາລັກຂາ.