ທ່ານສີຈິ້ນຜິງເຂົ້າຮ່ວມພິທີປິດກອງປະຊຸມຄັ້ງທີ 6 ຂອງຄະນະກຳມະການນັກທຸລະກິດຈີນ-ຝຣັ່ງແລະກ່າວຄຳປາໄສ

2024-05-07 07:48:18 cri


ຕອນຄ່ຳວັນທີ 6 ພຶດສະພານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນກັບທ່ານເອັມມານູເອວ ມາຄຣົງ ປະທານາທິບໍດີຝຣັ່ງໄດ້ເຂົ້າຮ່ວມພິທີປິດກອງປະຊຸມຄັ້ງທີ 6 ຂອງຄະນະກຳມະການນັກທຸລະກິດຈີນ-ຝຣັ່ງທີ່ຈັດຂຶ້ນຢູ່ໂຮງລະຄອນເລີມາຣິກນີທີ່ນະຄອນຫຼວງປາຣີປະເທດຝຣັ່ງ.

ທ່ານສີຈິ້ນຜິງໄດ້ກ່າວຄຳປາໄສວ່າ: ປີນີ້ແມ່ນປີທີ່ຈີນແລະຝຣັ່ງສ້າງສາຍພົວພັນທາງການທູດຄົບຮອບ 60 ປີ. ໃນໄລຍະ 60 ປີຜ່ານມານີ້,  ການພົວພັນຈີນ-ຝຣັ່ງແມ່ນຢືນຢູ່ແຖວໜ້າຂອງການພົວພັນລະຫວ່າງຈີນກັບປະເທດຕາເວັນຕົກຢ່າງສະເໝີຕົ້ນສະເໝີປາຍ, ໄດ້ເປັນແບບຢ່າງໃຫ້ປະເທດທີ່ມີອະລິຍະທຳຕ່າງກັນ, ລະບອບການເມືອງຕ່າງກັນ ແລະ ລະດັບການພັດທະນາທີ່ຕ່າງກັນຮ່ວມກັນກ້າວເດີນໄປຂ້າງໜ້າແລະຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.

ມຸ່ງໜ້າສູ່ອະນາຄົດ, ພວກຂ້າພະເຈົ້າຍິນດີຮ່ວມກັບຝຣັ່ງເພີ່ມເນື້ອໃນດ້ານເສດຖະກິດການຄ້າຂອງການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານຈີນ-ຝຣັ່ງໃຫ້ສົມບູນຂຶ້ນຕື່ມອີກ; ພວກຂ້າພະເຈົ້າຍິນດີຮ່ວມກັບຝຣັ່ງຊຸກຍູ້ການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດລະຫວ່າງຈີນ-ເອີຣົບ; ພວກຂ້າພະເຈົ້າຍິນດີຮ່ວມມືກັບຝຮັ່ງເພື່ອຮັບມືກັບສິ່ງທ້າທາຍຂອງໂລກ.

ປັດຈຸບັນ, ຈີນພວມຊຸກຍູ້ການປະຕິຮູບຢ່າງເລິກເຊິ່ງແລະການພັດທະນາທີ່ມີຄຸນນະພາບສູງດ້ວຍການເປີດປະຕູສູ່ພາຍນອກທີ່ມີລະດັບສູງ, ຍິນດີຕ້ອນຮັບນັກທຸລະກິດຝຣັ່ງທຸກທ່ານທີ່ເຂົ້າຮ່ວມກອງປະຊຸມຄັ້ງນີ້ຕັ້ງໜ້າເຂົ້າຮ່ວມຂະບວນການຫັນເປັນທັນສະໄໝແບບຈີນ, ຊົມໃຊ້ໂອກາດການພັດທະນາຂອງຈີນ.