ຄວາມເຫັນທີ່ເປັນເອກະພາບກັນລະຫວ່າງຈີນ-ຝຣັ່ງໄດ້ຮັກສາຄວາມຍຸດຕິທຳແລະຄວາມເປັນທຳຂອງໂລກ

2024-05-08 16:44:51 cri

ວັນທີ 6 ພຶດສະພານີ້, ໃນໄລຍະທີ່ທ່ານສີຈິ້ນຜິງ ປະທານປະເທດຈີນຢ້ຽມຢາມຝຣັ່ງທາງລັດຖະກິດ, ສອງຝ່າຍໄດ້ອອກ “ຖະແຫຼງການຮ່ວມກ່ຽວກັບສະຖານະການຢູ່ຕາເວັນອອກກາງລະຫວ່າງຈີນ-ຝຣັ່ງ” ໂດຍໄດ້ສະແດງຫຼັກໝັ້ນທີ່ເປັນເອກະພາບກັນ ແລະ ສົ່ງສຽງເປັນອັນດຽວກັນກ່ຽວກັບບັນຫາຮີບດ່ວນຕ່າງໆທີ່ເກີດຂຶ້ນຢູ່ພາກພື້ນຕາເວັນອອກກາງ ເຊັ່ນ: ການປະທະກັນລະຫວ່າງປາແລັດສະຕິນກັບອິດສະຣາແອນ, ບັນຫານິວເຄລຍອີຣານ, ວິກິດການທະເລແດງ ແລະອື່ນໆ, ໄດ້ສ່ອງແສງໃຫ້ເຫັນເຖິງມະໂນທຳຂອງມວນມະນຸດ ແລະ ຄວາມຮຽກຮ້ອງຂອງປະຊາຄົມໂລກໃນການຮັກສາຄວາມຍຸດຕິທຳ ແລະ ຄວາມເປັນທຳ, ໄດ້ສະແດງໃຫ້ເຫັນນ້ຳໃຈຮັບຜິດຊອບຂອງປະເທດໃຫຍ່ໃນການປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບຂອງຈີນ ແລະ ຝຣັ່ງ ເຊິ່ງໄດ້ເປັນກຳລັງຂັບເຄື່ອນອັນສຳຄັນໃນການແກ້ໄຂບັນຫາຈຸດສຸມໃນພາກພື້ນຕາເວັນອອກກາງ.


ບັນຫາປາແລັດສະຕິນເປັນແກນກາງໃນບັນຫາຕາເວັນອອກກາງ. ຖະແຫຼງການຮ່ວມກ່ຽວກັບສະຖານະການຢູ່ຕາເວັນອອກກາງຂອງຈີນແລະຝຣັ່ງ ໄດ້ຈາກການກ່າວປະນາມການກະທຳທີ່ຝືນກັບກົດໝາຍມະນຸດສະທຳສາກົນທຸກປະການ, ຈົນເຖິງການຄັດຄ້ານບໍ່ໃຫ້ອິດສະຣາແອນບຸກໂຈມຕີເມືອງລາຟາ; ຈາກການຮຽກຮ້ອງໃຫ້ບັນລຸການຢຸດຍິງຢ່າງຕໍ່ເນື່ອງໃນທັນທີ ແລະ ຈັດຕັ້ງປະຕິບັດມະຕິທີ່ກ່ຽວຂ້ອງຂອງອົງການສະຫະປະຊາຊາດຢ່າງບັງເກີດຜົນໃນທັນທີ, ຈົນເຖິງການກ່າວຢ້ຳໃຫ້ສຸມໃສ່ຈັດຕັ້ງປະຕິບັດ “ແຜນການສອງປະເທດ”, ຈີນ ແລະ ຝຣັ່ງໄດ້ຍຶດໝັ້ນຫຼັກການທ່ຽງທຳ ແລະ ໄດ້ກ້າວເຖິງຂັ້ນມີຄວາມເຫັນທີ່ເປັນເອກະພາບກັນໃນບັນຫາຂອດສຳຄັນໃນການປະທະກັນລະຫວ່າງປາແລັດສະຕິນກັບອິດສະຣາແອນ ເຊິ່ງໄດ້ເຮັດໃຫ້ປະຊາຄົມໂລກມີຄວາມໝັ້ນໃຈຫຼາຍກວ່າເກົ່າໃນການປົກປັກຮັກສາສັນຕິພາບ, ມີຜົນດີຊ່ວຍໃຫ້ສະກັດກັ້ນບໍ່ໃຫ້ສະຖານະການຊຸດໂຊມລົງຕື່ມອີກ ແລະ ຊຸກຍູ້ໃຫ້ເກີດຂະບວນການສັນຕິພາບປາແລັດສະຕິນກັບອິດສະຣາແອນ.


ນອກນີ້, ປະມຸກລັດສອງປະເທດຈີນແລະຝຣັ່ງຍັງໄດ້ສະແດງຄວາມສົນໃຈເປັນຢ່າງຍິ່ງຕໍ່ສະຖານະການພາກພື້ນທີ່ມີຄວາມດຸເດືອດຂຶ້ນອີກ. ຖະແຫຼງການຮ່ວມຍັງໄດ້ກ່າວຢ້ຳການສຸມໃສ່ຊຸກຍູ້ໃຫ້ມີການແກ້ໄຂບັນຫານິວເຄລຍອີຣານດ້ວຍວິທີທາງການເມືອງແລະການຕ່າງປະເທດ ແລະ ເນັ້ນໜັກເຖິງຄວາມສຳຄັນໃນການປົກປ້ອງຄວາມປອດໄພຂອງການເດີນເຮືອຢ່າງເສລີຢູ່ທະເລແດງ ແລະ ອ່າວອາແຕນ ໂດຍຮຽກຮ້ອງໃຫ້ຢຸດຕິການໂຈມຕີກ່ຳປັ່ນພົນລະເຮືອນໃນທັນທີ. ສຽງຮຽກຮ້ອງຂອງຈີນແລະຝຣັ່ງມີຜົນດີຊ່ວຍໃຫ້ມີການຜ່ອນຄາຍສະຖານະການພາກພື້ນ ແລະ ປົກປ້ອງຄວາມໝັ້ນຄົງທາງທະເລ ແລະ ການຄ້າສາກົນ.

ໂລກປັດຈຸບັນຍັງບໍ່ທັນເກີດມີສັນຕິພາບພໍປານໃດ. ໂລກຍິ່ງປັ່ນປ່ວນຫຼາຍປານໃດ, ຈີນ ແລະ ຝຣັ່ງກໍຍິ່ງຍຶດໝັ້ນອຸດົມການແຕ່ຫົວທີໃນການສ້າງຕັ້ງສາຍພົວພັນທາງການທູດລະຫວ່າງສອງປະເທດ ແລະ ແບກຫາບໜ້າທີ່ອັນໃຫຍ່ກວ່າເກົ່າ. ສະຕິປັນຍາ ແລະ ຄວາມອົງອາດກ້າຫານຂອງສອງປະເທດຈີນແລະຝຣັ່ງໃນການບັນລຸຄວາມເຫັນທີ່ເປັນເອກະພາບກັນກ່ຽວກັບສະຖານະການຕາເວັນອອກກາງໃນຄັ້ງນີ້ ເຮັດໃຫ້ໂລກເຊື່ອໝັ້ນວ່າ: ໃນຮອບ 60 ປີຕໍ່ໄປ, ຈີນ ແລະ ຝຣັ່ງຈະຮ່ວມກັນອອກເດີນທາງຄັ້ງໃໝ່, “ຮ່ວມກັນເພີ່ມຄວາມຫວັງໃຫ້ແກ່ໂລກທີ່ມືດມົວ ແລະ ຄົ້ນຄວ້າທິດທາງກ້າວເດີນໄປໜ້າໃຫ້ແກ່ມວນມະນຸດ”.