ທ່ານສີຈິ້ນຜິງແລະທ່ານມາຄຣົງພົບປະເຈລະຈາກັນໃນວົງແຄບຢູ່ແຂວງອູແຕ-ປີເຣເນປະເທດຝຣັ່ງ

2024-05-08 10:35:19 CRI

 

    ວັນທີ 7 ພຶດສະພານີ້, ໂດຍຕອບສະໜອງຕາມຄໍາເຊີນພິເສດຂອງທ່ານ ເອັມມານູເອວ ມາຄຣົງ ປະທານາທິບໍດີຝຣັ່ງ, ທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ເດີນທາງດ້ວຍເຮືອບິນພິເສດຈາກນະຄອນຫຼວງປາຣີມຸ່ງໜ້າສູ່ແຂວງອູແຕ-ປີເຣເນ ທາງພາກຕາເວັນຕົກສຽງໃຕ້ປະເທດຝຣັ່ງ ເພື່ອຢ້ຽມຢາມແຂວງດັ່ງກ່າວ.


    ໃນການພົບປະເຈລະຈາກັນຢູ່ແຂວງອູແຕ-ປີເຣເນ, ທ່ານ ສີຈິ້ນຜິງ ຊີ້ໃຫ້ເຫັນວ່າ: ຈີນກັບຝຣັ່ງເຖິງວ່າຂຶ້ນກັບອະລິຍະທໍາຕາເວັນອອກ ແລະ ອະລິຍະທໍາຕາເວັນຕົກ, ມີຄ່ານິຍົມ, ທັດສະນະຄະຕິ ແລະ ລະບອບສັງຄົມທີ່ແຕກຕ່າງກັນກໍຕາມ, ແຕ່ລ້ວນແຕ່ໃຫ້ຄວາມສໍາຄັນຕໍ່ການແລກປ່ຽນ ແລະ ຖອດຖອນບົດຮຽນລະຫວ່າງອະລິຍະທໍາຕ່າງໆ. ຈີນຍິນດີຮ່ວມກັບຝຣັ່ງ ແລະ ເອີຣົບເພີ່ມທະວີການແລກປ່ຽນດ້ານວັດທະນະທໍາ, ລົງເລິກການຮ່ວມມືດ້ານເສດຖະກິດ-ການຄ້າຢ່າງບໍ່ຢຸດຢັ້ງ, ເພີ່ມທະວີຄວາມຮັບຮູ້ ແລະ ເຂົ້າໃຈຕໍ່ກັນຢ່າງຖືກຕ້ອງ ເພື່ອປັບປຸງ ແລະ ສືບທອດເລື່ອງລາວທີ່ມີໄມຕີຈິດມິດຕະພາບລະຫວ່າງປະຊາຊົນຈີນ-ຝຣັ່ງ ກໍຄືຈີນ-ເອີຣົບໃຫ້ດີ.



    ພາຍຫຼັງການພົບປະເຈລະຈາ, ທ່ານ ສີຈິ້ນຜິງ ພ້ອມດ້ວຍພັນລະຍາໄດ້ເດີນທາງອອກຈາກພູເຂົາຕູມາເລດກັບຄືນສູ່ນະຄອນຕາເບສເທດສະບານແຂວງອູແຕ-ປີເຣເນໂດຍມີທ່ານມາຄຣົງພ້ອມດ້ວຍພັນລະຍາເປັນເພື່ອນພາທາງ ແລະ ໄດ້ເຂົ້າຮ່ວມພິທີສົ່ງທີ່ຈັດຂຶ້ນໂດຍທ່ານມາຄຣົງພ້ອມດ້ວຍພັນລະຍາຢູ່ສະໜາມບິນ.