ຈີນແລະຝຣັ່ງອອກຖະແຫຼງການຮ່ວມຫຼາຍສະບັບ

2024-05-08 16:08:57 cri

 ໂດຍຕອບສະໜອງຕາມຄຳເຊີນຂອງທ່ານ ເອັມມານູເອວ ມາຄຣົງ ປະທານາທິດີສາທາລະນະລັດຝຣັ່ງ, ທ່ານ ສີຈິ້ນຜິງ ປະທານປະເທດສາທາລະນະລັດປະຊາຊົນຈີນໄດ້ດຳເນີນການຢ້ຽມຢາມສາທາລະນະລັດຝຣັ່ງທາງລັດຖະກິດໃນລະຫວ່າງວັນທີ5-7ພຶດສະພາ2024. ໃນໄລຍະຢ້ຽມຢາມ, ສອງຝ່າຍຈີນ-ຝຣັ່ງໄດ້ອອກຖະແຫຼງການຮ່ວມຫຼາຍສະບັບຄື: ຖະແຫຼງການຮ່ວມລະຫວ່າງຈີນ-ຝຣັ່ງວ່າດ້ວຍສະຖານະການຢູ່ເຂດຕາເວັນອອກກາງ, ຖະແຫຼງການຮ່ວມລະຫວ່າງຈີນ-ຝຣັ່ງວ່າດ້ວຍການເພີ່ມທະວີການຮ່ວມມືດ້ານຊີວະນານາພັນກັບທະເລ: ຄຸນມິງ-ມອນເຕຣອໍ (Montreal) ຮອດ ນີສ (Nice), ຖະແຫຼງການຮ່ວມລະຫວ່າງຈີນ-ຝຣັ່ງວ່າດ້ວຍປັນຍາປະດິດກັບການບໍລິຫານໂລກ, ຖະແຫຼງການຮ່ວມລະຫວ່າງຈີນ-ຝຣັ່ງວ່າດ້ວຍການແລກປ່ຽນແລະການຮ່ວມມືດ້ານກະສິກຳ.