ຈັດກິດຈະກຳແລກປ່ຽນວັດທະນະທຳຈີນ-ແຊັກບີຢູ່ນະຄອນຫຼວງແບນກຣາດ

2024-05-08 06:51:59 cri



   ໃນໂອກາດທີ່ທ່ານສີຈິ້ນຜິງ ປະທານປະເທດຈີນເດີນທາງໄປຢ້ຽມຢາມສາທາລະນະລັດແຊັກບີທາງລັດຖະກິດ, ວັນທີ7ພຶດສະ ພານີ້, ວິທະຍຸໂທລະພາບສູນກາງຈີນຫຼືCMG ແລະວິທະຍຸໂທລະພາບແຫ່ງຊາດແຊັກບີໄດ້ຮ່ວມກັນເປັນເຈົ້າພາບຈັດກິດຈະກຳແລກປ່ຽນວັດທະນະທຳໃນຫົວຂໍ້ “ຈີນ-ແຊັກບີສະໜິດກັນເຖິງຈະຢູ່ໄກກັນພັນລີ້ກໍປຽບເໝືອນເພື່ອນບ້ານໃກ້ຄຽງ” ຢູ່ນະຄອນຫຼວງແບນກຣາດປະເທດແຊັກບີ. ທ່ານອາເລັກຊັນດາ ວູຊິກ ປະທານາທິບໍດີແຊັກບີໄດ້ປະກອບຄຳເຫັນຜ່ານທາງວິດີໂອໂດຍອວຍພອນໃຫ້ກິດຈະກຳດັ່ງກ່າວຈົ່ງປະສົບຜົນສຳເລັດຢ່າງຈົບງາມ.


ທ່ານວູຊິກປະກອບຄຳເຫັນຜ່ານທາງວິດີໂອ

ນອກນີ້, ເພື່ອລົງເລິກການຮ່ວມມືຕົວຈິງລະຫວ່າງສອງຝ່າຍຕື່ມອີກ, CMG ແລະອົງການທ່ອງທ່ຽວແຊັກບີໄດ້ລົງນາມແລະແລກປ່ຽນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມື. ສອງຝ່າຍຈະດຳເນີນການຮ່ວມມືໃນດ້ານຕ່າງໆເຊັ່ນ: ການຮ່ວມກັນຜະລິດລາຍການ, ຮ່ວມກັນວາງແຜນໂຄງການ, ຈັດກິດຈະກຳນຳສະເໜີຜົນງານແລະອື່ນໆ, ຂະນະດຽວກັນຍັງຈະຮ່ວມກັນຊຸກຍູ້ການໂຄສະນາເຜີຍແຜ່ການທ່ອງທ່ຽວແລະວັດທະນະທຳຂອງສອງປະເທດຢ່າງກວ້າງຂວາງ, ສົ່ງເສີມປະຊາຊົນສອງຊາດຮັບຮູ້ເຂົ້າໃຈແລະສະໜິດສະໜົມກັນ.



CMG ແລະອົງການທ່ອງທ່ຽວແຊັກບີໄດ້ລົງນາມແລະແລກປ່ຽນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມື




ກິດຈະກຳຄັ້ງນີ້ຍັງໄດ້ເຜີຍແຜ່ສະແຕມລະນຶກທີ່ມີຫົວຂໍ້ວ່າ: “ມີເພື່ອນມິດເດີນທາງມາຈາກແດນໄກ”