ລາຍການ “ຄຳບູຮານທີ່ທ່ານສີຈິ້ນຜິງມັກ” ສະບັບພາສາຕ່າງປະເທດເລີ່ມອອກອາກາດຢູ່ແຊັກບີ

2024-05-08 06:53:03 cri


ໃນໂອກາດທີ່ທ່ານສີຈິ້ນຜິງ ປະທານປະເທດຈີນຢ້ຽມຢາມແຊັກບີທາງລັດຖະກິດ, ພິທີເລີ່ມອອກອາກາດລາຍການ “ຄຳບູຮານທີ່ທ່ານສີຈິ້ນຜິງມັກ” ສະບັບພາສາຕ່າງປະເທດທີ່ຜະລິດໂດຍວິທະຍຸໂທລະພາບສູງການຈີນ ຫຼື CMG ໄດ້ຈັດຂຶ້ນໃນວັນທີ 7 ພຶດສະພານີ້ຢູ່ນະຄອນຫຼວງແບນກຣາດຂອງແຊັກບີ. ທ່ານອາເລັກຊັນດາ ວູຊິກ ປະທານາທິບໍດີແຊັກບີໄດ້ປະກອບຄຳເຫັນຜ່ານທາງວີດີໂອ ໂດຍໄດ້ຊົມເຊີຍລາຍການດັ່ງກ່າວເລີ່ມອອກອາກາດຢູ່ແຊັກບີ.



ໜັງສືພິມການເມືອງທີ່ມີຊື່ສຽງຫຼາຍທີ່ສຸດຢູ່ແຊັກບີໄດ້ນຳສະເໜີຂ່າວໃນວັນທີ 7 ພຶດສະພານີ້ວ່າ: ລາຍການດັ່ງກ່າວຈະອອກອາກາດຢູ່ຊ່ອງ 1 ຂອງວິທະຍຸໂທລະພາບແຫ່ງຊາດແຊັກບີໃນວັນທີ 8 ພຶດສະພານີ້, ລາຍການທີ່ກ່ຽວຂ້ອງພ້ອມດ້ວຍວີດີໂອໂຄສະນາຍັງຈະອອກອາກາດຜ່ານສື່ສຳຄັນຂອງເອີຣົບແລະທົ່ວໂລກເກືອບຮ້ອຍແຫ່ງຕື່ມອີກ.