ຍີ່ປຸ່ນສໍາເລັດການລະບາຍນ້ຳປົນເປື້ອນລັງສີນີວເຄລຍລົງສູ່ທະເລຮອບທີ 5

2024-05-08 10:43:53 CRI

 

    ອີງຕາມບໍລິສັດພະລັງງານໄຟຟ້າໂຕກຽວຂອງຍີ່ປຸ່ນແຈ້ງໃຫ້ຮູ້ວ່າ: ການລະບາຍນ້ຳປົນເປື້ອນລັງສີນີວເຄລຍລົງສູ່ທະເລຮອບທີ 5 ກໍຄືຮອບທໍາອິດຂອງປີ 2024 ໄດ້ສໍາເລັດລົງໃນຕອນທ່ຽງວັນທີ 7 ພຶດສະພານີ້. ໃນໄລຍະ 17 ວັນທີ່ຜ່ານມາ, ບໍລິສັດດັ່ງກ່າວໄດ້ລະບາຍນ້ຳປົນເປື້ອນລັງສີນີວເຄລຍປະມານ 7.800 ໂຕນລົງສູ່ທະເລ.


    ປີ 2024, ບໍລິສັດພະລັງງານໄຟຟ້າໂຕກຽວຂອງຍີ່ປຸ່ນມີແຜນຈະດໍາເນີນການລະບາຍນ້ຳປົນເປື້ອນລັງສີນີວເຄລຍລົງສູ່ທະເລທັງໝົດ 7 ຮອບ, ຍອດປະລິມານການລະບາຍຈະບັນລຸເກືອບ 54.600 ໂຕນເຊິ່ງເປັນ 1,8 ເທົ່າເມື່ອທຽບໃສ່ປີ 2023. ສ່ວນການລະບາຍນ້ຳປົນເປື້ອນລັງສີນີວເຄລຍລົງສູ່ທະເລຮອບຕໍ່ໄປໄວສຸດອາດຈະເລີ່ມດໍາເນີນການພາຍໃນເດືອນພຶດສະພານີ້.