ຈຳນວນນັກທ່ອງທ່ຽວເຂົ້າອອກຊາຍແດນຈີນ-ລາວມີຫຼາຍກວ່າ 1 ລ້ານເທື່ອຄົນນັບແຕ່ຕົ້ນປີນີ້ມາ

2024-05-09 11:09:40 cri


ວັນທີ 7 ພຶດສະພານີ້, ດ່ານກວດຄົນເຂົ້າອອກເມືອງບໍ່ຫານແຂວງຢຸນນານຈີນໃຫ້ຮູ້ວ່າ: ນັບແຕ່ວັນທີ 1 ມັງກອນປີນີ້ມາຮອດວັນທີ 6 ພຶດສະພານີ້, ດ່ານບໍ່ຫານໄດ້ກວດຄົນເຂົ້າເມືອງຈາກດ່ານຕ່າງໆຢູ່ຊາຍແດນຈີນ-ລາວທັງໝົດ 1.012.789 ເທື່ອຄົນ, ເພີ່ມຂຶ້ນຫຼາຍກວ່າໄລຍະດຽວກັນຂອງປີຜ່ານມາເຖິງ 89%, ເປັນສະຖິຕິສູງສຸດໃນປະຫວັດສາດ ແລະໄດ້ທຳລາຍສະຖິຕິດ້ານຈັງຫວະໄວທີ່ສຸດທີ່ນັກທ່ອງທ່ຽວເຂົ້າອອກເມືອງມີຫຼາຍກວ່າ 1 ລ້ານເທື່ອຄົນພາຍໃນ 1 ປີນັບແຕ່ດ່ານບໍ່ຫານສ້າງຕັ້ງຂຶ້ນເປັນຕົ້ນມາ.

ດ່ານບໍ່ຫານແຈ້ງໃຫ້ຮູ້ວ່າ: ນັບແຕ່ຕົ້ນປີນີ້ມາ, ໄດ້ກວດຄົນເຂົ້າອອກເມືອງຫຼາຍກວ່າ 7.800 ເທື່ອຄົນຕໍ່ມື້, ການກວດການັກທ່ອງທ່ຽວເຂົ້າອອກເມືອງຫຼາຍທີ່ສຸດແມ່ນມີຫຼາຍກວ່າ 12.000 ເທື່ອຄົນຕໍ່ມື້. ສ່ວນຄົນເຂົ້າອອກເມືອງຜ່ານດ່ານບໍ່ຫານແມ່ນມາຈາກ 82 ປະເທດແລະເຂດແຄ້ວນ, ນອກຈາກຈີນແລະລາວແລ້ວ, ໄດ້ກວດຄົນປະເທດທີສາມເຂົ້າ ເມືອງເພີ່ມຂຶ້ນ 1.966%, ຈຳນວນຄົນເຂົ້າເມືອງຫຼາຍທີ່ສຸດແມ່ນມາຈາກໄທ, ມະເລເຊຍ ແລະ ຝຣັ່ງ.