ທ່ານນາງເຜີງລີ້ຢວນຮ່ວມກັບທ່ານນາງຕະມະຣາຢ້ຽມຢາມຫໍພິພິທະພັນແຫ່ງຊາດແຊັກບີ

2024-05-09 10:02:54 cri

ຕອນເຊົ້າວັນທີ 8 ພຶດສະພານີ້, ທ່ານນາງເຜີງລີ້ຢວນ ພັນລະຍາຂອງທ່ານສີຈິ້ນຜິງ ປະທານປະເທດຈີນຮ່ວມກັບທ່ານນາງຕະມະຣາ ພັນລະຂອງທ່ານອະເລັກຊານດາ ວູຊິກ ປະທານາທິບໍດີແຊັກບີໄດ້ໄປຢ້ຽມຢາມຫໍພິພິທະພັນແຫ່ງຊາດແຊັກບີ.

ຫໍພິພິທະພັນແຫ່ງຊາດແຊັກບີສ້າງຕັ້ງຂຶ້ນເມື່ອປີ 1844, ມີວັດຖຸບູຮານ 4 ແສນກວ່າອັນ, ເປັນຫໍພິພິທະພັນໃຫຍ່ທີ່ສຸດ ແລະ ເກົ່າແກ່ທີ່ສຸດຂອງແຊັກບີ.