ທ່ານສີຈິ້ນຜິງ ພົບປະເຈລະຈາກັບປະທານາທິບໍດີຮົງກາລີ

2024-05-09 20:39:41 cri

ຕອນເຊົ້າວັນທີ 9 ພຶດສະພານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະເຈລະຈາກັບທ່ານຊູຢົກ ຕະມາສ ປະທານາທິບໍດີຮົງກາລີຢູ່ທຳນຽບປະທານາທິບໍດີທີ່ນະຄອນຫຼວງບູດາເປດ.


ໃນໂອກາດດັ່ງກ່າວ, ທ່ານສີຈິ້ນຜິງຊີ້ໃຫ້ເຫັນວ່າ: ຮົງກາລີແມ່ນໜຶ່ງໃນບັນດາປະເທດທີ່ຮັບຮອງສາທາລະນະລັດປະຊາຊົນຈີນກ່ອນໝູ່. ນັບແຕ່ສ້າງຕັ້ງສາຍພົວພັນທາງການທູດນຳກັນເປັນຕົ້ນມາ, ສອງປະເທດຈີນ ແລະຮົງກາລີໄດ້ເຄົາລົບນັບຖືເຊິ່ງກັນແລະກັນມາໂດຍຕະຫຼອດ, ບັນລຸການຂະຫຍາຍຕົວລົງສູ່ລວງເລິກຢ່າງຕໍ່ເນື່ອງຈາກເພື່ອນມິດຂ້າມທະວີບ ແລະຄູ່ຮ່ວມມືມິດຕະພາບໄປສູ່ຄູ່ຮ່ວມຍຸດທະສາດຮອບດ້ານ.

 

ທ່ານສີຈິ້ນຜິງ ເນັ້ນໜັກວ່າ: ສາຍພົວພັນລະຫວ່າງຈີນກັບຮົງກາລີໄດ້ຮັກສາການຂະຫຍາຍຕົວຢ່າງໝັ້ນທ່ຽງ, ສອງຝ່າຍຄວນຖອດຖອນບົດຮຽນອັນປະເສີດ ເພື່ອຊີ້ທິດເຍືອງທາງໃຫ້ແກ່ອະນາຄົດ. ໜຶ່ງແມ່ນຍຶດໝັ້ນປະຕິບັດຕໍ່ກັນຢ່າງສະເໝີພາບ; ສອງແມ່ນຍຶດໝັ້ນຄວາມໄວ້ເນື້ອເຊື່ອໃຈກັນ ແລະ ຊ່ວຍເຫຼືອເຊິ່ງກັນແລະກັນ; ສາມແມ່ນຍຶດໝັ້ນການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ; ສີ່ແມ່ນຍຶດໝັ້ນຄວາມຍຸຕິທຳ ແລະ ຄວາມເປັນທຳ. ຈີນຍິນດີ ຮ່ວມກັບຮົງກາລີ ສືບຕໍ່ນຳພາການຮ່ວມມືດ້ານການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ແລະທິດທາງທີ່ຖືກຕ້ອງແຫ່ງການຮ່ວມມືລະຫວ່າງຈີນກັບປະເທດເອີຣົບກາງ ແລະ ເອີຣົບຕາເວັນອອກ, ຊຸກຍູ້ການຮ່ວມມືໃຫ້ຂະຫຍາຍຕົວລົງສູ່ລວງເລິກແລະໄດ້ຮັບປະສິດທິຜົນຕົວຈິງ.


ທ່ານຊູຢົກ ກ່າວວ່າ: ປີນີ້ເປັນປີຄົບຮອບ 75 ປີແຫ່ງການສ້າງຕັ້ງສາຍພົວພັນທາງການທູດຮົງກາລີ-ຈີນ. ນັບແຕ່ສ້າງຕັ້ງສາຍພົວພັນທາງການທູດນຳກັນເປັນຕົ້ນມາ, ສອງປະເທດໄດ້ຂະຫຍາຍສາຍພົວພັນສອງຝ່າຍໂດຍຍຶດຖືຈິດໃຈເຄົາລົບນັບຖືເຊິ່ງກັນແລະກັນແລະໄວ້ເນື້ອເຊື່ອໃຈກັນ. ຂອບໃຈນຳທ່ານປະທານສີຈິ້ນຜິງທີ່ສະເໜີຂໍ້ລິເລີ່ມ ຮ່ວມກັນສ້າງ“ໜຶ່ງແລວໜຶ່ງເສັ້ນທາງ”, ເຮັດໃຫ້ຮົງກາລີໄດ້ຮັບຜົນປະໂຫຍດຢ່າງຫຼວງຫຼາຍຈາກການຮ່ວມມືຕ່າງໆເຊັ່ນ:ພື້ນຖານໂຄງລ່າງເຊື່ອມໂຍງເຊື່ອມຈອດກັນແລະອື່ນໆ. ຮົງກາລີຄອງຄອຍຮັດແໜ້ນການໄປມາຫາສູ່ກັນກັບຈີນ, ເພີ່ມທະວີການເຊື່ອມຕໍ່ກັນດ້ານຍຸດທະສາດການພັດທະນາ, ຊຸກຍູ້ໃຫ້ໂຄງການຮ່ວມມືທີ່ສຳຄັນຕ່າງໆເຊັ່ນ:ທາງລົດໄຟຮົງກາລີ-ແຊັກບີແລະໂຄງການອື່ນໆສ້າງຄວາມຜາສຸກໃຫ້ແກ່ປະຊາຊົນຫຼາຍກວ່າເກົ່າ.