ທ່ານນາງເຜີງລີ້ຢວນຮ່ວມກັບພັນລະຍາປະທານາທິບໍດີຮົງກາລີຢ້ຽມຊົມວັງບູດາວະຣິທີ່ນະຄອນຫຼວງບູດາເປດ

2024-05-09 22:14:24 CRI



ຕອນເຊົ້າວັນທີ9ພຶດສະພານີ້, ທ່ານນາງເຜີງລີ້ຢວນ ພັນລະຍາຂອງທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ຮ່ວມກັບທ່ານນາງ ຊູສຊານນາ ນາກີ ພັນລະຍາຂອງທ່ານ ຊູຢົກ ຕະມາສ ປະທານາທິບໍດີຮົງກາລີຢ້ຽມຊົມວັງບູດາວະຣິທີ່ນະຄອນຫຼວງບູດາເປດຕາມການເຊີນ.


ໃນໂອກາດດັ່ງກ່າວ, ທ່ານນາງເຜີງລີ້ຢວນ ແລະ ທ່ານນາງ ຊູສຊານນາ ນາກີ ໄດ້ໂອ້ລົມສົນທະນາກັນ ພ້ອມທັງດື່ມນ້ຳຊາທ່າມກາງບັນຍາກາດທີ່ສະໜິດສະໜົມແບບໄມຕີຈິດມິດຕະພາບ. ທ່ານນາງເຜີງລີ້ຢວນກ່າວວ່າ: ຮົງກາລີເປັນປະເທດທີ່ສວຍງາມ, ປະຊາຊົນມີອັດທະຍາໄສດີ ແລະ ຮັກແຂກແພງຄົນ. ວັດທະນະທຳຂອງສອງປະເທດຈີນ-ຮົງກາລີມີຄວາມຄ້າຍຄືກັນຢູ່ຫຼາຍບ່ອນ, ປະຊາຊົນສອງຊາດມີຄວາມໃກ້ຊິດກັນຢ່າງເລິກເຊິ່ງ, ມິດຕະພາບລະຫວ່າງສອງປະເທດມີພື້ນຖານອັນໜັກແໜ້ນ. ຫວັງວ່າ ມິດຕະພາບຂອງສອງປະເທດຈະໄດ້ຮັບການສືບທອດຕໍ່ກັນໄປແລະແໜ້ນແຟ້ນໝັ້ນແກ່ນຍິ່ງໆຂຶ້ນ.