ອົງການຄົ້ນຄວ້າແລະພັດທະນາພະລັງງານປະລະມານູຍີ່ປຸ່ນຢືນຢັນພົບມົນລະພິດສານກຳມັນຕະພາບລັງສີຢູ່ 2 ບ່ອນໃນແຂວງອິບາຣາກິ

2024-05-10 14:16:59 CRI

 

   ຂ່າວສານກຽວໂດຂອງຍີ່ປຸ່ນລາຍງານໂດຍອີງຕາມຂໍ້ມູນຈາກອົງການຄົ້ນຄວ້າ ແລະ ພັດທະນາພະລັງງານປະລະມານູຍີ່ປຸ່ນເປີດເຜີຍໃນວັນທີ 9 ພຶດສະພານີ້ໃຫ້ຮູ້ວ່າ: ອົງການດັ່ງກ່າວໄດ້ຢືນຢັນພົບມົນລະພິດສານກຳມັນຕະພາບລັງສີຢູ່ 2 ບ່ອນໃນຫ້ອງຄົ້ນຄວ້າພັດທະນາເລກ 2 ຂອງສະຖາບັນຄົ້ນຄວ້າວິສາວະກຳຮອບວຽນວັດຖຸເຊື້ອໄຟນິວເຄລຍທີ່ຕັ້ງຢູ່ແຂວງອິບາຣາກິ(ຕິດກັບແຂວງຟູກຸຊິມະ) ໃນວັນທີ 8 ພຶດສະພານີ້.


   ຕາມຂ່າວແຈ້ງວ່າ: ອົງການດັ່ງກ່າວຢືນຢັນວ່າ: ປັດຈຸບັນຍັງບໍ່ທັນພົບເຫັນສຸຂະພາບຂອງພະນັກງານ ແລະ ສິ່ງແວດລ້ອມຢູ່ອ້ອມແອ້ມໄດ້ຮັບຜົນກະທົນຈາກມົນລະພິດຄັ້ງນີ້ເທື່ອ, ທັງນີ້, ອົງການຕົນຈະສືບສວນຫາສາເຫດການເກີດມົນລະພິດຄັ້ງນີ້.


   ຕາມຂ່າວລາຍງານໃຫ້ຮູ້ວ່າ: ໃນເດືອນກັນຍາປີ 2023, ເຄີຍພົບເຫັນມົນລະພິດຢູ່ອາຄານອີກຫຼັງໜຶ່ງຢູ່ສະຖາບັນດັ່ງກ່າວ. ຜູ້ຮັບຜິດຊອບອົງການຄົ້ນຄວ້າ ແລະ ພັດທະນາພະລັງງານປະລະມານູຍີ່ປຸ່ນກ່າວວ່າ: ຂໍອະໄພທີ່ເກີດມົນລະພິດອີກເທື່ອໜຶ່ງ, ອົງການຕົນຈະສືບຕໍ່ເພີ່ມທະວີການຄຸ້ມຄອງບໍລິຫານ.