ທ່ານສີຈິ້ນຜິງ ແລະ ທ່ານວິກເຕີ ໂອບັນຮ່ວມກັນປະກາດຍົກລະດັບສາຍພົວພັນຈີນ-ຮົງກາລີຂຶ້ນເປັນສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ ແລະ ໃນທຸກສະພາບການໃນຍຸກໃໝ່

2024-05-10 10:14:55 cri


ຕອນບ່າຍວັນທີ 9 ພຶດສະພານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະເຈລະຈາກັບທ່ານວິກເຕີ ໂອບັນ ນາຍົກລັດຖະມົນຕີຮົງກາລີຢູ່ສຳນັກງານນາຍົກລັດຖະມົນຕີທີ່ນະຄອນຫຼວງບູດາເປດ. ຜູ້ນຳສອງປະເທດໄດ້ຮ່ວມກັນປະກາດ: ຍົກລະດັບສາຍພົວພັນຈີນ-ຮົງກາລີຂຶ້ນເປັນສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ ແລະ ໃນທຸກສະພາບການໃນຍຸກໃໝ່.