ເຊົາສ໋າ! ຢ່າປ່າວຂ່າວອີກເລີຍ, ຍິ່ງປ່າວກໍຍິ່ງກັງວົນ

2024-05-10 14:38:10 CRI


ຫວ່າງບໍ່ດົນມານີ້, ສື່ມວນຊົນອາເມຣິກາໄດ້ສ້າງກະແສຂ່າວກ່ຽວກັບອັນທີ່ວ່າ ຄວາມສາມາດການຜະລິດຂອງຈີນເກີນຄວາມຕ້ອງການ, ແລະໄດ້ຖືຜະລິດຕະພັນພະລັງງານໃໝ່ຂອງຈີນເປັນເປົ້າໝາຍ. ໃນນັ້ນ, ແຮ່ງແນໃສ່ລົດພະລັງງານໃໝ່ຂອງຈີນ. ອຸດສາຫະກຳລົດພະລັງງານໃໝ່ຂອງຈີນມີຄວາມສາມາດການຜະລິດເກີນຄວາມຕ້ອງການແທ້ບໍ? ເປັນຫຍັງອາເມຣິກາຈິ່ງແນໃສ່ປະເທດຈີນ? ຖ້ອຍຄວາມຂອງເຂົາມີສາເຫດຄືແນວໃດ? ຕໍ່ໄປສົມແພງຊິວິເຄາະກ່ຽວກັບບັນຫາດັ່ງກ່າວ.