ທ່ານສີຈິ້ນຜິງແລະທ່ານໂອບັນຮ່ວມກັນຖະແຫຼງຂ່າວຕໍ່ສື່ມວນຊົນ

2024-05-10 10:43:21 CRI

 

   ຕອນແລງວັນທີ 9 ພຶດສະພານີ້ຢູ່ສໍານັກງານນາຍົກລັດຖະມົນຕີຮົງກາລີທີ່ນະຄອນຫຼວງບູດາເປດ, ທ່ານ ສີຈິ້ນຜິງ ປະທານປະເທດຈີນ ແລະ ທ່ານ ວິກເຕີ ໂອບັນ ນາຍົກລັດຖະມົນຕີຮົງກາລີໄດ້ຮ່ວມກັນຖະແຫຼງຂ່າວຕໍ່ສື່ມວນຊົນພາຍຫຼັງພົບປະເຈລະຈາກັນ.


   ໃນໂອກາດນີ້, ທ່ານ ສີຈິ້ນຜິງ ຊີ້ໃຫ້ເຫັນວ່າ: ຂ້າພະເຈົ້າກັບທ່ານນາຍົກໂອບັນເຫັນດີເປັນເອກະພາບກັນວ່າ: ສອງປະເທດຈີນ-ຮົງກາລີສົມຄວນທີ່ຈະຍົກລະດັບສາຍພົວພັນຂອງສອງຝ່າຍຂຶ້ນຕື່ມອີກ ແລະ ຫວັງຢາກຖືເອົາການປະກາດສ້າງຕັ້ງສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານໃນທຸກສະພາບການໃນຍຸກໃໝ່ລະຫວ່າງຈີນ-ຮົງກາລີເປັນຈຸດເລີ່ມຕົ້ນໃໝ່ ເພື່ອຊຸກຍູ້ສາຍພົວພັນ ແລະ ການຮ່ວມມືທີ່ຕິດແທດຕົວຈິງລະຫວ່າງສອງປະເທດໃຫ້ກ້າວຂຶ້ນສູ່ລະດັບສູງກວ່າເກົ່າຕື່ມອີກ.


   ທ່ານ ສີຈິ້ນຜິງ ກ່າວຕື່ມວ່າ: ຄວາມໄວ້ເນື້ອເຊື່ອໃຈກັນດ້ານການເມືອງທີ່ມີລະດັບສູງໄດ້ສ້າງພື້ນຖານອັນໜັກແໜ້ນໃຫ້ແກ່ການພັດທະນາສາຍພົວພັນຈີນ-ຮົງກາລີ. ຂໍ້ລິເລີ່ມການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ແມ່ນສອດຄ່ອງກັບຍຸດທະສາດ “ເປີດປະຕູສູ່ພາກຕາເວັນອອກ” ຂອງຮົງກາລີໃນລະດັບສູງ. ການຮ່ວມມືລະຫວ່າງຈີນ-ປະເທດເອີຣົບກາງ ແລະ ເອີຣົບຕາເວັນອອກໄດ້ຍຶດໝັ້ນການຮ່ວມກັນເປິກສາຫາລື, ຮ່ວມກັນສ້າງສາ ແລະ ຮ່ວມກັນຊົມໃຊ້ ໂດຍໄດ້ສ້າງຕົວແບບໃຫ້ແກ່ການຮ່ວມມືແບບຂ້າມເຂດແຄວ້ນ.


   ທ່ານ ໂອບັນ ກ່າວວ່າ: ຈີນເປັນກໍາລັງແຮງອັນສໍາຄັນ ແລະ ຕັ້ງໜ້າໃນສະພາບການທີ່ໂລກຫັນເປັນຫຼາຍຂົ້ວ. ຮົງກາລີສະໜັບສະໜູນຂໍ້ລິເລີ່ມທົ່ວໂລກຕ່າງໆທີ່ສະເໜີໂດຍທ່ານປະທານສີຈິ້ນຜິງ, ພ້ອມທັງເຫັນດີກັບແຜນການທີ່ສະເໜີໂດຍຈີນເພື່ອຊຸກຍູ້ແກ້ການໄຂການປະທະກັນຢູ່ພາກພື້ນຕ່າງໆໂດຍສັນຕິເຊັ່ນ: ວິກິດການອູແກຣນເປັນຕົ້ນ. ນອກນີ້, ຮົງກາລີຫວັງຢາກຍົກລະດັບສາຍພົວພັນລະຫວ່າງຮົງກາລີ-ຈີນຕື່ມອີກ ເພື່ອເປັນຄູ່ຮ່ວມມືທີ່ເດັດດ່ຽວໃນຂະບວນການບັນລຸຄວາມທັນສະໄໝຂອງກັນແລະກັນ.