ມູນຄ່າການຄ້າລະຫວ່າງຈີນ-ອາຊຽນໃນ4ເດືອນຕົ້ນປີນີ້ເພີ່ມຂຶ້ນ8,5%ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ

2024-05-10 11:16:18 cri



ອີງຕາມຂໍ້ມູນຫຼ້າສຸດຂອງອົງການພາສີຈີນແຈ້ງໃຫ້ຮູ້ໃນວັນທີ9ພຶດສະພານີ້ວ່າ: ເດືອນເມສາຜ່ານມາ, ຍອດມູນຄ່າການສົ່ງອອກແລະນຳເຂົ້າສິນຄ້າຂອງຈີນໄດ້ບັນລຸເຖິງ3.600ຕື້ຢວນ, ເພີ່ມຂຶ້ນ8%ເມື່ອທຽບໃສ່ໄລຍະດຽວກັນຂອງປີ2023ຜ່ານມາ, ໃນນີ້, ການສົ່ງອອກໄດ້ເພີ່ມຂຶ້ນ5,1%, ການນຳເຂົ້າໄດ້ເພີ່ມຂຶ້ນ12,2%.



ໃນ4ເດືອນຕົ້ນປີ2024, ຍອດມູນຄ່ານຳເຂົ້າແລະສົ່ງອອກຂອງຈີນໄດ້ບັນລຸເຖິງ 13.810 ຕື້ຢວນ, ເພີ່ມຂຶ້ນ5,7%ເມື່ອທຽບໃສ່ໄລຍະດຽວກັນຂອງປີ2023ຜ່ານມາ.

ອາຊຽນສືບຕໍ່ເປັນຄູ່ການຄ້າໃຫຍ່ອັນດັບໜຶ່ງຂອງຈີນ, ໃນ4ເດືອນຕົ້ນປີ2024ນີ້, ຍອດມູນຄ່າການຄ້າລະຫວ່າງຈີນກັບອາຊຽນໄດ້ບັນລຸເຖິງ 2.180ຕື້ຢວນ, ເພີ່ມຂຶ້ນ8,5%ເມື່ອທຽບໃສ່ໄລຍະດຽວກັນຂອງປີ2023ຜ່ານມາ. ສະຫະພາບເອີຣົບເປັນຄູ່ການຄ້າໃຫຍ່ອັນດັບສອງຂອງຈີນ, ໃນ4ເດືອນຕົ້ນປີ2024ນີ້, ຍອດມູນຄ່າການຄ້າລະຫວ່າງຈີນກັບສະຫະພາບເອີຣົບໄດ້ບັນລຸເຖິງ 1.750ຕື້ຢວນ, ຫຼຸດລົງ1,8%ເມື່ອທຽບໃສ່ໄລຍະດຽວກັນຂອງປີ2023ຜ່ານມາ. ສ່ວນອາເມຣິກາເປັນຄູ່ການຄ້າໃຫຍ່ອັນດັບສາມຂອງຈີນ, ຍອດມູນຄ່າການຄ້າລະຫວ່າງຈີນກັບອາເມຣິກາໄດ້ບັນລຸເຖິງ 1.470ຕື້ຢວນ,ເພີ່ມຂຶ້ນ1,1%ເມື່ອທຽບໃສ່ໄລຍະດຽວກັນຂອງປີ2023ຜ່ານມາ.