ຈີນ ແລະ ແຊັກບີປະກາດ “ສ້າງຄູ່ຮ່ວມຊາຕາກຳຈີນ-ແຊັກບີໃນຍຸກໃໝ່”

2024-05-10 11:01:47 cri

ນັບແຕ່ວັນທີ 7 ຫາ 8 ພຶດສະພານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ເດີນທາງໄປຢ້ຽມຢາມແຊັກບີທາງລັດຖະກິດ. ປະມຸກລັດສອງປະເທດປະກາດລົງເລິກ ແລະ ຍົກລະດັບສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານຈີນ-ແຊັກບີ ພ້ອມທັງສ້າງຄູ່ຮ່ວມຊາຕາກຳຈີນ-ແຊັກບີໃນຍຸກໃໝ່. ສອງຝ່າຍຍັງໄດ້ລົງນາມໃນຖະແຫຼງການຮ່ວມກ່ຽວກັບເລື່ອງນີ້ ໂດຍຈະມີການຈັດວາງໃນຫຼາຍຂົງເຂດຢ່າງຮອບດ້ານ. ແຊັກບີໄດ້ກາຍເປັນປະເທດທຳອິດໃນທະວີບເອີຣົບ ທີ່ໄດ້ສ້າງເປັນຄູ່ຮ່ວມຊາຕາກຳກັບຈີນ ເຊິ່ງໄດ້ສ່ອງແສງໃຫ້ເຫັນເຖິງການພົວພັນຈີນ-ແຊັກບີມີລັກສະນະຍຸດທະສາດ, ມີຄວາມພິເສດ ແລະ ມີລະດັບສູງ.


ປັດຈຸບັນນີ້, ຈີນພວມສຸມໃສ່ຊຸກຍູ້ການສ້າງສາຄວາມທັນສະໄໝແບບຈີນ, ແຊັກບີກໍພວມຊຸກຍູ້ແຜນພັດທະນາ “ແຊັກບີ 2027-ກ້າວໄປສູ່ອະນາຄົດ” ແລະ ແຜນການອື່ນໆ. ການປະກາດ “ສ້າງຄູ່ຮ່ວມຊາຕາກຳຈີນ-ແຊັກບີໃນຍຸກໃໝ່” ຄັ້ງນີ້ເປັນເລື່ອງທີ່ໄປທັນກັບເຫດການ ເຊິ່ງສ່ອງແສງໃຫ້ເຫັນເຖິງອຸດົມຄະຕິ ແລະ ເປົ້າໝາຍຮ່ວມຂອງສອງຝ່າຍ ນັ້ນກໍຄື: ສະແຫວງຫາການພັດທະນາຮ່ວມກັນ, ຮ່ວມມືກັນແບບຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ຊ່ວຍຊູຍູ້ໜູນກັນ.

ການໄປມາຫາສູ່ກັນລະຫວ່າງຈີນ-ແຊັກບີໃນອະນາຄົດຍັງຈະດຳເນີນຕໍ່ໄປບົນພື້ນຖານຄວາມເຄົາລົບເຊິ່ງແລະກັນ ແລະ ຄວາມໄວ້ເນື້ອເຊື່ອໃຈກັນ. ທ່ານສີຈິ້ນຜິງກ່າວເນັ້ນໜັກວ່າ: ສອງຝ່າຍຄວນສືບຕໍ່ຍຶດໝັ້ນການສະໜັບສະໜູນເຊິ່ງກັນແລະກັນ, ລົງເລິກການຮ່ວມມືທາງຍຸດທະສາດ, ປົກປ້ອງຄວາມໝັ້ນຄົງທາງການເມືອງ ແລະ ຜົນປະໂຫຍດພື້ນຖານຂອງກັນແລະກັນ ເຊິ່ງຈະຊຸກຍູ້ຄວາມໄວ້ເນື້ອເຊື່ອໃຈກັນທາງການເມືອງລະຫວ່າງສອງປະເທດໃຫ້ກ້າວເຂົ້າສູ່ລ່ວງເລິກຢ່າງບໍ່ຢຸດຢັ້ງ. ການຮ່ວມມືຕົວຈິງແມ່ນສິ່ງສຳຄັນເປັນຂໍກະແຈທີ່ຍົກສູງມິດຕະພາບຈີນ-ແຊັກບີ. ສອງປະເທດໄດ້ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ແລະ ໄດ້ປະສົບຜົນສຳເລັດອັນໂດດເດັ່ນຫຼາຍຢ່າງ ເຊິ່ງໄດ້ປັບປຸງຊີວິດການເປັນຢູ່ຂອງປະຊາຊົນແຊັກບີໃຫ້ດີຂຶ້ນຢ່າງຈະແຈ້ງ.


ການພົວພັນລະຫວ່າງຊາດແມ່ນຂາດຄວາມຮັກແພງລະຫວ່າງປະຊາຊົນຂອງສອງຊາດບໍ່ໄດ້. ມາດຕະການຮ່ວມມືໃນຂົງເຂດເສດຖະກິດການຄ້າ, ວິທະຍາສາດເຕັກໂນໂລຊີ ແລະ ວັດທະນະທຳລະຫວ່າງສອງປະເທດ ຈະຊ່ວຍເພີ່ມພະລັງຂັບເຄື່ອນໃໝ່ເຂົ້າໃນການຮ່ວມມື ແລະ ການໄປມາຫາສູ່ກັນລະຫວ່າງສອງປະເທດ, ເຮັດໃຫ້ປະຊາຊົນສອງຊາດໄປມາຫາສູ່ກັນຫຼາຍຍິ່ງຂຶ້ນ ແລະ ມີຄວາມຮັກແພງກັນຫຼາຍກວ່າເກົ່າ.