ທ່ານສີຈິ້ນຜິງສຳເລັດການຢ້ຽມຢາມຝຣັ່ງ, ແຊັກບີ ແລະ ຮົງກາຣີທາງລັດຖະກິດ ແລະ ເດີນທາງກັບຄືນນະຄອນຫຼວງປັກກິ່ງ ສປ ຈີນ

2024-05-11 15:01:25 cri

 

    ວັນທີ 11 ພຶດສະພານີ້, ພາຍຫຼັງສຳເລັດການຢ້ຽມຢາມຝຣັ່ງ, ແຊັກບີ ແລະ ຮົງກາຣີທາງລັດຖະກິດແລ້ວ, ທ່ານສີຈິ້ນຜີງ ປະທານປະເທດຈີນໄດ້ເດີນທາງກັບຄືນນະຄອນຫຼວງປັກກິ່ງ ສປ ຈີນ ດ້ວຍເຮືອບິນພິເສດ.

    ກ່ອນອອກເດີນທາງຈາກຮົງກາຣີ, ທ່ານສີຈິ້ນຜິງ ພ້ອມດ້ວຍ ທ່ານນາງເຜີງລີ້ຢວນ ພັນລະຍາໄດ້ເຂົ້າຮ່ວມງານລ້ຽງສົ່ງຕາມຄຳເຊີນທີ່ຈັດຂຶ້ນໂດຍທ່ານ ວິກເຕີ ໂອບັນ ນາຍົກລັດຖະມົນຕີຮົງກາຣີ ພ້ອມດ້ວຍພັນລະຍາຢູ່ນະຄອນຫຼວງບູດາເປດປະເທດຮົງກາຣີ.