ການພົວພັນຈີນ-ຮົງກາຣີທີ່ເດີນເຂົ້າ “ຊ່ອງທາງຄຳເດີນເຮືອ” ໄດ້ພົບໂອກາດໃໝ່

2024-05-11 14:49:05 cri

ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ເດີນທາງໄປຢ້ຽມຢາມຮົງກາຣີທາງລັດຖະກິດ ແຕ່ວັນທີ 8 ຫາ 10 ພຶດສະພານີ້. ໃນໄລຍະການຢ້ຽມຢາມ, ຜູ້ນຳທັງສອງປະເທດໄດ້ອອກຖະແຫຼງການຮ່ວມ ໂດຍໄດ້ປະກາດຍົກການພົວພັນຈີນ-ຮົງກາຣີ ຈາກການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານຂຶ້ນເປັນການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານທຸກສະພາບການໃນຍຸກໃໝ່. ນັກວິເຄາະເຫັນວ່າ: ການຍົກລະດັບການພົວພັນລະຫ່ວາງສອງປະເທດໃນຄັ້ງນີ້ໝາຍຄວາມວ່າ: ຄວາມໄວ້ເນື້ອເຊື່ອໃຈກັນທາງການເມືອງ, ຄວາມເຫັນທີ່ເປັນເອກະພາບດ້ານຍຸດທະສາດ, ການຮ່ວມມື ແລະ ການປະສານງານລະຫວ່າງສອງປະເທດດັ່ງກ່າວລ້ວນແຕ່ຈະກ້າວຂຶ້ນສູ່ລະດັບໃໝ່.


ທ່ານສີຈິ້ນຜິງຊີ້ອອກວ່າ: ສອງຝ່າຍຄວນສືບຕໍ່ຍຶດໝັ້ນສະໜັບສະໜູນຜົນປະໂຫຍດແກນກາງ ແລະ ສິ່ງທີ່ເອົາໃຈໃສ່ເປັນຢ່າງຍິ່ງຂອງກັນແລະກັນ; ເພີ່ມທະວີການເຊື່ອມຕໍ່ດ້ານຍຸດທະສາດການພັດທະນາຂອງສອງປະເທດ, ຕັ້ງໜ້າເປີດກວ້າງການຮ່ວມມືໃນຂົງເຂດຈະເລີນໃໝ່ຕ່າງໆ ເຊັ່ນ: ພະລັງງານທີ່ສະອາດ, ປັນຍາປະດິດ ແລະອື່ນໆ; ສືບຕໍ່ສະໜັບສະໜູນການສິດສອນດ້ານພາສາຂອງສອງປະເທດ ແລະ ເພີ່ມທະວີການແລກປ່ຽນດ້ານວັດທະນະທຳ; ເພີ່ມທະວີການແລກປ່ຽນແລະປະສານງານຫຼາຍຝ່າຍ, ປົກປັກຮັກສາຄວາມຍຸດຕິທຳ ແລະ ຄວາມເປັນທຳໃນສາກົນ ແລະອື່ນໆ ເຊິ່ງໄດ້ຊີ້ທິດເຍືອງທາງໃຫ້ແກ່ການຂະຫຍາຍການພົວພັນຈີນ-ຮົງກາຣີໃນອະນາຄົດ.

ທ່ານວິກເຕີ ໂອບັນ ນາຍົກລັດຖະມົນຕີຮົງກາຣີເຄີຍກ່າວວ່າ: 10 ກວ່າປີກ່ອນ, ຕົນກໍຮູ້ສຶກວ່າ: ການພັດທະນາຂອງຮົງກາຣີໃນອະນາຄົດຈະຕັດສິນຢູ່ນຳການພົວພັນກັບຈີນໃນລະດັບສູງສົມຄວນ. ປັດຈຸບັນ, ການພົວພັນຈີນ-ຮົງກາຣີໄດ້ກ້າວຂຶ້ນສູ່ລະດັບໃໝ່ອີກ, ສອງຝ່າຍຈະຕັ້ງໜ້າຮ່ວມມືກັນຢ່າງແໜ້ນແຟ້ນກວ່າເກົ່າ ໃນຂະບວນການບັນລຸຄວາມທັນສະໄໝຂອງກັນແລະກັນ ເພື່ອບັນລຸການພັດທະນາຮ່ວມກັນ ແລະ ຈະເລີນຮຸ່ງເຮືອງຮ່ວມກັນ ພ້ອມທັງນຳພາການຮ່ວມມືລະຫວ່າງຈີນກັບບັນດາປະເທດໃນພາກພື້ນເອີຣົບກາງແລະເອີຣົບຕາເວັນອອກຂະຫຍາຍຕົວເຂົ້າສູ່ລວງເລິກຢ່າງໜັກແໜ້ນ. ການພົວພັນຈີນ-ຮົງກາຣີທີ່ໄດ້ເດີນເຂົ້າ “ຊ່ອງທາງຄຳເດີນເຮືອ” ໄດ້ພົບໂອກາດໃໝ່.