ຈີນຮຽກຮ້ອງໃຫ້ອາເມຣິກາຍົກເລີກການເພີ່ມການເກັບພາສີທັງໝົດຕໍ່ຈີນ ຍິ່ງເພີ່ມພາສີບໍ່ໄດ້

2024-05-11 16:47:27 CRI


    ວັນທີ 10 ພຶດສະພານີ້, ກະຊວງການຕ່າງປະເທດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ. ມີນັກຂ່າວຕັ້ງຄຳຖາມກ່ຽວກັບອາເມຣິກາຈະເພີ່ມການເກັບພາສີຕໍ່ຈີນ, ຕໍ່ກັບເລື່ອງນີ້ ທ່ານລີນຈ້ຽນ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ: ລັດຖະບານຊຸດກ່ອນຂອງອາເມຣິກາເພີ່ມພາສີ 301 ຕໍ່ຈີນໄດ້ສ້າງຜົນຮ້າຍຕໍ່ການໄປມາຫາສູ່ກັນທາງເສດຖະກິດການຄ້າທີ່ເປັນປົກກະຕິລະຫວ່າງຈີນ ກັບ ອາເມຣິກາ, ໄດ້ຖືກອົງການການຄ້າໂລກ ຫຼື WTO ຕັດສິນວ່າລະເມີດກົດລະບຽບຂອງ WTO, ອາເມຣິກາບໍ່ພຽງແຕ່ບໍ່ແກ້ໄຂການກະທຳທີ່ຜິດພາດເທົ່ານັ້ນ ຫາກຍັງສືບຕໍ່ຫັນບັນຫາເສດຖະກິດການຄ້າເປັນບັນຫາການເມືອງ, ຢາກເພີ່ມການເກັບພາສີຕື່ມອີກ, ນີ້ແມ່ນການກໍ່ຜິດບົນພື້ນຖານການກະທຳຜິດ.

 

     ຈີນຮຽກຮ້ອງໃຫ້ອາເມຣິກາຈົ່ງເຄົາລົບນັບຖືກົດລະບຽບ WTO ຢ່າງແທ້ຈິງ,ຍົກເລີກການເພີ່ມການເກັບພາສີທັງໝົດຕໍ່ຈີນ ຍິ່ງເພີ່ມພາສີບໍ່ໄດ້. ຈີນຈະໃຊ້ມາດຕະການທີ່ຈຳເປັນທັງໝົດເພື່ອປົກປັກຮັກສາສິດ ແລະ ຜົນປະໂຫຍດຂອງປະເທດຕົນ.