ຈີນ:ຟິລິບປິນບໍ່ຄວນຍົກກ້ອນຫີນຂຶ້ນທັບຕີນຕົນເອງ

2024-05-11 16:53:24 CRI

   ວັນທີ 10 ພຶດສະພານີ້, ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໂດຍກະຊວງການຕ່າງປະເທດຈີນ, ມີນັກຂ່າວຕັ້ງຄຳຖາມກ່ຽວກັບຄວາມເວົ້າທີ່ກ່ຽວຂ້ອງຂອງເຈົ້າໜ້າທີ່ຟິລິບປິນຂຶ້ນວ່າ “ຈະມີການເນລະເທດເຈົ້າໜ້າທີ່ການຕ່າງປະເທດຈີນອອກເມືອງ”.


 

    ຕໍ່ເລື່ອງນີ້, ທ່ານລີນຈ້ຽນ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ:ການສະແດງທ່າທີຂອງຟີລິບປິນໄດ້ຢືນຢັນວ່າ, ໂດຍຜະເຊີນໜ້າກັບສະພາບຄວາມເປັນຈິງ ເຂົາເຈົ້າລົ້ມແຫຼວແລ້ວ ຈົນເກີດຄວາມໂມໂຫໂທໂສ ແລະ ເສຍເສັ້ນສຸດຂີດ. ຈີນຮຽກຮ້ອງຢ່າງເຄັ່ງຂຶມໃຫ້ຟິລິບປິນຮັບປະກັນຄວາມປອດໄພຕໍ່ເຈົ້າໜ້າທີ່ການຕ່າງປະເທດຈີນເພື່ອປະຕິບັດງານຢ່າງເປັນປົກກະຕິ,ຍຸດຕິການລ່ວງລ້ຳສິດ ແລະ ການທ້າທາຍເກາະຜິດ, ຄວນຍອມຮັບສະພາບຄວາມເປັນຈິງ, ຢ່າເຮັດຕາມລຳພັງໃຈຕົນເອງ, ຢ່າຍົກກ້ອນຫີນຂຶ້ນທັບຕີນຕົນເອງ.