ກົມປ້ອງກັນອັກຄີໄພມຽນມາແຈ້ງໃຫ້ຮູ້ວ່າ: ວັນທີ 10 ພຶດສະພານີ້, ເຂດຊຸມຊົນແຫ່ງໜຶ່ງຢູ່ນະຄອນມານດາເລຂອງມຽນມາໄດ້ເກີດເຫດການໄຟໄໝ້, ເຮັດໃຫ້ເຮືອນຊານ 36 ຫຼັງຖືກທຳລາຍ.
ສາເຫດທີ່ພາໃຫ້ເກີດໄຟໄໝ້ໃນຄັ້ງນີ້ແມ່ນຍ້ອນບໍ່ໄດ້ດັບຖ່ານໄຟເກົ່າທີ່ຍັງເຫຼືອ, ຈົນເປັນສາເຫດເຮັດໃຫ້ໄຟໄໝ້ເຮືອນແລ້ວແຜ່ລາມໄປຢ່າງວ່ອງໄວ. ປັດຈຸບັນນີ້, ຍັງບໍ່ມີລາຍງານກ່ຽວກັບຜູ້ເສຍຊີວິດ ແລະ ບາດເຈັບເທື່ອ.