ຈີນໃຫ້ຄວາມເຫັນຕໍ່ອາເມຣິກາຈັດວາງລະບົບລູກສອນໄຟໄລຍະກາງຢູ່ຟິລິບປິນ

2024-05-11 16:33:34 CRI

    ວັນທີ 10 ພຶດສະພານີ້, ພາຍຫຼັງເຂົ້າຮ່ວມກອງປະຊຸມປຶກສາຫາລືເຈົ້າໜ້າທີ່່ຂັ້ນສູງຈີນ-ອາຊຽນຄັ້ງທີ 30 ທີ່ຈັດຂຶ້ນຢູ່ກອງເລຂາອາຊຽນທີ່ນະຄອນຫຼວງຈາກາຕາ ປະເທດອິນໂດເນເຊຍ, ທ່ານຊຸ່ນເວີ້ຍຕົ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ໃຫ້ສຳພາດຕໍ່ສື່ມວນຊົນ.

 

    ມີນັກຂ່າວຖາມວ່າ: ຫວ່າງມໍ່ໆມານີ້, ອາເມຣິກາໄດ້ຈັດວາງລະບົບລູກສອນໄຟໄລຍະກາງຢູ່ຟິລິບປິນ, ຈີນໄດ້ສະແດງຄວາມເປັນຫ່ວງຕໍ່ເລື່ອງນີ້ຫຼືບໍ່ ໃນກອງປະຊຸມປຶກສາເຈົ້າໜ້າທີ່ຂັ້ນສູງເທື່ອນີ້?



    ທ່ານຊຸ່ນເວີ້ຍຕົ່ງຕອບວ່າ:ຈີນເດັດດ່ຽວຄັດຄ້ານການສ້າງຄວາມເປັນປໍລະປັກກັນລະຫວ່າງຝ່າຍແບບສົງຄາມເຢັນເກີດຂຶ້ນຄືນໃໝ່ຢູ່ໃນພາກພື້ນ, ເດັດດ່ຽວຄັດຄ້ານຖືເອົາປະເທດໃນພາກພື້ນເປັນເຄື່ອງມື ແລະ ຕົວແທນຂອງລັດທິເຈົ້າອຳນາດ. ໃນໄລຍະກອງປະຊຸມປຶກສາຫາລືເຈົ້າໜ້າທີ່ຂັ້ນສູງຄັ້ງນີ້, ຂ້າພະເຈົ້າໄດ້ກ່າວສະແດງຄວາມເປັນຫ່ວງຂອງຈີນຢ່າງເຄັ່ງຂຶມ ແລະ ແຈ່ມແຈ້ງ.