ທ່ານ ສີຈິ້ນຜິງ ໃຫ້ຄໍາຊີ້ນໍາອັນສໍາຄັນຕໍ່ການສ້າງຫຼັກສູດແນວຄິດການເມືອງໃນສະຖາບັນການສຶກສາຕ່າງໆ

2024-05-12 15:03:41 CRI

   ຫວ່າງມໍ່ໆມານີ້, ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກໍາມະການສູນກາງພັກຄອມມູນິດຈີນ, ປະທານປະເທດຈີນໄດ້ໃຫ້ຄໍາຊີ້ນໍາອັນສໍາຄັນຕໍ່ການສ້າງຫຼັກສູດແນວຄິດການເມືອງໃນສະຖາບັນການສຶກສາຕ່າງໆໂດຍຊີ້ໃຫ້ເຫັນວ່າ: ພາຍຫຼັງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 18 ຂອງພັກຄອມມູນິດຈີນເປັນຕົ້ນມາ, ສູນກາງພັກໄດ້ຖືເອົາການສ້າງຫຼັກສູດແນວຄິດການເມືອງໃນສະຖາບັນການສຶກສາຕ່າງໆໄວ້ຢູ່ໃນຖານະສຳຄັນຂອງວຽກງານການສຶກສາມາໂດຍຕະຫຼອດ, ນັກຮຽນນັກສຶກສາຊາວໜຸ່ມ-ເຍົາວະຊົນທັງຫຼາຍໄດ້ເພີ່ມທະວີ “4 ຄວາມໝັ້ນໃຈຕົນເອງ” (ຄວາມໝັ້ນໃຈຕົນເອງດ້ານເສັ້ນທາງ, ດ້ານທິດສະດີ, ດ້ານລະບອບ ແລະ ດ້ານວັດທະນະທຳ) ຢ່າງເດັ່ນຊັດ ໂດຍມີໂສມໜ້າບຸກບືນສູ້ຊົນ, ສະພາບແວດລ້ອມການພັດທະນາຫຼັກສູດແນວຄິດການເມືອງ ກໍຄືສະພາບນິເວດໄດ້ມີການປ່ຽນແປງໃໝ່ທີ່ມີລັກສະນະພາກສ່ວນລວມ ແລະ ເຖິງກົກເຖິງຮົກ.


   ໃນໂອກາດນີ້, ທ່ານ ສີຈິ້ນຜິງ ກ່າວເນັ້ນໜັກວ່າ: ຕ້ອງຍຶດໝັ້ນການຖືເອົາແນວຄິດສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່ເປັນທິດຊີ້ນໍາ, ຈັດຕັ້ງຜັນຂະຫຍາຍທິດທາງການສຶກສາຂອງພັກຢ່າງຮອບດ້ານ, ຈັດຕັ້ງປະຕິບັດໜ້າທີ່ອັນພື້ນຖານດ້ານການບຳລຸງສ້າງຄຸນສົມບັດ ແລະ ຜູ້ມີຄວາມຮູ້ຄວາມສາມາດ, ຍຶດໝັ້ນຊຸກຍູ້ການສ້າງຫຼັກສູດແນວຄິດການເມືອງ ແລະ ການຝຶກຝົນຫຼໍ່ຫຼອມແນວຄິດດ້ວຍທິດສະດີແຫ່ງການປະດິດສ້າງໃໝ່ຂອງພັກຢ່າງພ້ອມພຽງກັນ, ສ້າງລະບົບປຶ້ມແບບຮຽນຫຼັກສູດທີ່ຖືເອົາແນວຄິດສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່ເປັນເນື້ອໃນແກນກາງ, ຊຸກຍູ້ການສ້າງການສຶກສາແນວຄິດການເມືອງຢູ່ມະຫາວິທະຍາໄລ, ໂຮງຮຽນມັດທະຍົມ ແລະ ໂຮງຮຽນປະຖົມໃຫ້ເຊື່ອມໂຍງເຂົ້າກັນ ແລະ ເຂົ້າສູ່ລວງເລິກ. ນອກນີ້, ຕ້ອງຍຶດໝັ້ນການຖືເອົາລັດທິມາກເປັນແນວຄິດຊີ້ນໍາຢ່າງສະເໝີຕົ້ນສະເໝີປາຍ, ຖືເອົາຜົນສໍາເລັດທີ່ປະຈັກຕາຊາວໂລກຂອງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນເປັນສິ່ງຄໍ້າປະກັນ, ພ້ອມທັງຖືເອົາວັດທະນະທໍາທີ່ເປັນມູນເຊື້ອອັນດີງາມຂອງຈີນ, ວັດທະນະທໍາການປະຕິວັດ ແລະ ວັດທະນະທໍາທີ່ກ້າວໜ້າຂອງສັງຄົມນິຍົມເປັນພື້ນຖານຂອງກໍາລັງແຮງ, ເພື່ອຍົກລະດັບຫຼັກສູດແນວຄິດການເມືອງໃຫ້ມີຄວາມເຈາະຈົງ ແລະ ແຮງຈູງໃຈຫຼາຍຂຶ້ນກວ່າເກົ່າຢ່າງບໍ່ຢຸດຢັ້ງ.