ອົງການປົກຄອງເຂດບໍລິຫານພິເສດມາກາວຕອບໂຕ້ຕໍ່ບົດລາຍງານຂອງລັດຖະສະພາອາເມຣິກາກ່ຽວກັບມາກາວ

2024-05-12 11:37:28 CRI


ໂດຍແນໃສ່ຄະນະກຳມາທິການບໍລິຫານກ່ຽວກັບຈີນຂອງລັດຖະສະພາອາເມຣິກາໄດ້ເຜີຍແຜ່ອັນທີ່ເອີ້ນວ່າບົດລາຍງານປະຈຳປີ 2023 ໃນຫວ່າງບໍ່ດົນມານີ້, ໂດຍມີເນື້ອໃນພາກສ່ວນໜຶ່ງທີ່ໄດ້ຕຳໜິຢ່າງບໍ່ມີມູນຄວາມຈິງຕໍ່ເລື່ອງທີ່ມາກາວຮັບເອົາການພິຈາລະນາຂອງກຳມາທິການວຽກງານສິດທິມະນຸດຂອງອົງການສະຫະປະຊາຊາດ ພ້ອມດ້ວຍບັນຫາທີ່ປັບປຸງກົດໝາຍວ່າດ້ວຍຄວາມໝັ້ນຄົງແຫ່ງຊາດ, ວັນທີ 12 ພຶດສະພານີ້, ອົງການປົກຄອງເຂດບໍລິຫານພິເສດມາກາວໄດ້ສະແດງການຄັດຄ້ານຢ່າງເດັດດ່ຽວ.


ອົງການປົກຄອງເຂດພິເສດມາກາວໄດ້ລະບຸວ່າ, ເດືອນກໍລະກົດປີ 2022 ເຂດບໍລິຫານພິເສດມາກາວໄດ້ຮັບການພິຈາລະນາຂອງກຳມາທິການວຽກງານສິດທິມະນຸດອົງການສະຫະປະຊາຊາດກ່ຽວກັບບົດລາຍງານທີ່ປະຕິບັດຂໍ້ກຳນົດທີ່ກ່ຽວຂ້ອງໃນ “ສົນທິສັນຍາສາກົນວ່າດ້ວຍສິດທິພົນລະເມືອງ ແລະ ສິດທິການເມືອງ”, ຄວາມເຫັນຈາກຜົນການພິຈາລະນາຂອງກຳມາທິການດັ່ງກ່າວໄດ້ມີຂໍ້ສະໜີຈຳນວນໜຶ່ງ, ພ້ອມທັງສະແດງຄວາມຊົມເຊີຍຕໍ່ນິຕິບັນຍັດ ແລະ ນະໂຍບາຍມາດຕະການຂອງອົງການປົກຄອງເຂດພິເສດມາກາວໃນຂົງເຂດທີ່ກ່ຽວຂ້ອງ, ກໍໄດ້ສະແດງຄວາມຊົມເຊີຍຕໍ່ການສົນທະນາທີ່ມີລັກສະນະສ້າງສັນກັບຄະນະຜູ້ແທນເຂດບໍລິຫານພິເສດມາກາວ. ອັນທີ່ເອີ້ນວ່າບົດລາຍງານຂອງອາເມຣິການັ້ນເປັນພຽງແຕ່ການຄັດຈ້ອນສ່ວນໃດສ່ວນໜຶ່ງຂອງຄວາມເຫັນທີ່ມີລັກສະນະຜົນສະຫຼຸບຂອງຄະນະກຳມາທິການວຽກງານສິດທິມະນຸດ, ເຊິ່ງເປັນການກະທຳແບບລອບລັດຕັດຕອນ, ແມ່ນບໍ່ມີຄວາມໜ້າເຊື່ອຖື.