ແບບແຜນຄອບຄົວທີ່ດີງາມໄດ້ຈາລຶກໄວ້ໃນຜົນງານສິລະປະການຂຽນງາມແຜ່ນໜຶ່ງ

2024-05-12 18:43:06 CRI





ເດືອນມີນາປີ1999, ທ່ານສີຈົ້ງຊຸ່ນ ພໍ່ຂອງທ່ານສີຈິ້ນຜິງ ໄດ້ຊົມຜົນງານສິລະປະການຂຽນງາມທີ່ໃສ່ຫົວຂໍ້ວ່າ "ຄະຕິເຕືອນໃຈເຈົ້າຂຸນມູນນາຍ" ຂອງທ່ານນາງ ສີຊິ່ນ ແມ່ຂອງທ່ານສີຈິ້ນຜິງ

 

ຮູບພາບທີ່ຖ່າຍໃນເດືອນມີນາປີ1999ແຜ່ນນີ້ໄດ້ບັນທຶກເລື່ອງລາວການສືບທອດແບບແຜນຄອບຄົວທີ່ດີງາມຄື:

 

ທ່ານນາງ ສີຊິ່ນ  ແມ່ຂອງທ່ານສີຈິ້ນຜິງ ປະທານປະເທດຈີນ ເຄີຍຂຽນຕົວໜັງສືດ້ວຍ ຟອຍຂຽນ ເຊິ່ງເປັນຜົນງານການຂຽນງາມໂດຍໄດ້ກ່າຍເອົາຄະຕິເຕືອນໃຈເຈົ້າຂຸນມູນນາຍທີ່ ສືບທອດມາຈາກສະໄໝລາຊະວົງມິງ(ປີ1368―1644)ຈົນມາເຖິງປັດຈຸບັນ, ຄະຕິເຕືອນໃຈເປັນບົດສັ້ນໆທີ່ປະກອບມີຕົວໜັງສືຈີນພຽງແຕ່36ຕົວເທົ່ານັ້ນ ເຊິ່ງມີຄວາມໝາຍວ່າ: “ບໍລິວານບໍ່ໄດ້ຢຳເກງຍ້ອນຂ້ອຍເຂັ້ມງວດແຕ່ຍ້ອນຂ້ອຍປອດໃສຂາວສະອາດ, ປະຊາຊົນ ບໍ່ໄດ້ຍອມຮັບຄວາມປີຊາສາມາດຂອງຂ້ອຍແຕ່ຍອມຮັບຕໍ່ຄວາມຍຸຕິທຳຂອງຂ້ອຍ, ເມື່ອມີ ຄວາມຍຸຕິທຳ,ປະຊາຊົນຈະບໍ່ກ້າສໍ້ໂກງ, ເມື່ອມີຄວາມສຸດຈະລິດ, ບໍລິວານຈະບໍ່ກ້າລະເຫຼີງ, ມີຄວາມຍຸຕິທຳຈຶ່ງຈະສາມາດຈຳແນກອັນໃດຜິດອັນໃດຖືກໄດ້ຢ່າງຈະແຈ້ງ, ມີຄວາມປອດໃສ ຂາວສະອາດ ຈຶ່ງຈະເປັນທີ່ເຄົາລົບນັບຖື.”

 

ຄະຕິເຕືອນໃຈເຖິງຈະເປັນບົດສັ້ນໆ ແຕ່ທຸກຄຳເວົ້າລ້ວນເປັນຄະຕິທີ່ແຫຼມຄົມຕັກເຕືອນ ໃຫ້ຜູ້ທີ່ເປັນເຈົ້າເປັນນາຍຕ້ອງມີຄວາມຍຸຕິທຳ,ບໍ່ເຫັນແກ່ຜົນປະໂຫຍດສ່ວນຕົວ, ປອດໃສຂາວ ສະອາດແລະເຂັ້ມງວດຕໍ່ຕົນເອງ.

 

ຜົນງານສິລະປະການຂຽນງາມແຜ່ນນີ້ຍິ່ງສ່ອງແສງໃຫ້ເຫັນເຖິງການສືບທອດແບບແຜນຄອບຄົວທີ່ດີງາມ.

 

ເດືອນມິຖຸນາປີ1953, ທ່ານສີຈິ້ນຜິງ ກຳເນີດຂຶ້ນຢູ່ໃນຄອບຄົວປະຕິວັດຄອບຄົວໜຶ່ງທີ່ເອົາໃຈໃສ່ທີ່ສຸດຕໍ່ຄອບຄົວ,ການອົບຮົມບົ່ມສອນຂອງຄອບຄົວແລະແບບແຜນຄອບຄົວ. ແມ່ຂອງເພິ່ນເຄີຍກ່າວວ່າ: ສິ່ງທີ່ພໍ່ແມ່ເປັນຫ່ວງທີ່ສຸດກໍແມ່ນເລື່ອງການເຕີບໃຫຍ່ຂອງລູກ. ຖ້າຫາກວ່າລູກເກີດມີບັນຫາຫຍັງຂຶ້ນ, ເວົ້າສຳລັບຜູ້ເປັນພໍ່ແມ່ແລ້ວແມ່ນປັດປ່າຍຄວາມຮັບຜິດຊອບບໍ່ໄດ້.

 



ຮູບຖ່າຍຂອງທ່ານນາງ ສີຊິ່ນກັບລູກແລະລູກສາວຂອງເພິ່ນ(ລະດູໜາວປີ1972)

ຕອນຍັງນ້ອຍ, ທ່ານສີຈິ້ນຜິງພ້ອມກັບນ້ອງຊາຍແມ່ນໃຊ້ເຄື່ອງນຸ່ງແລະເກີບເກົ່າຂອງພວກເອື້ອຍຢູ່ເລື້ອຍໆ. ພໍອາຍຸບໍ່ຮອດ16ປີ, ທ່ານສີຈິ້ນຜິງໄດ້ຈາກບ້ານເດີນທາງໄປລົງພື້ນຖານອອກແຮງງານແລະດຳລົງຊີວິດຢູ່ຊົນນະບົດ ທາງພາກເໜືອແຂວງສ້ານຊີ່. ທ່ານນາງ ສີຊິ່ນ ຜູ້ເປັນແມ່ໄດ້ຫຍິບເສື່ອຜືນໜຶ່ງໃຫ້ເພິ່ນ, ເຊິ່ງຜ້າເສື່ອທີ່ເປັນຫຼາຍສີຜືນນັ້ນແມ່ນທ່ານນາງສີຊິ່ນເອົາເຄື່ອງນຸ່ງເກົ່າມາຕັດຫຍິບເຂົ້າກັນ. ພາຍຫຼັງມາ,ຈົນຮອດຕອນເຮັດວຽກຢູ່ເມືອງເຈີ້ງຕິ້ງແຂວງເຫີເປີຍລະຫວ່າງປີ1982-1985, ທ່ານສີຈິ້ນຜິງຍັງຄົງໃຊ້ເສື່ອຜືນນີ້ຄືເກົ່າ, ເພິ່ນເວົ້າວ່າ: “ຂ້າພະເຈົ້າມີຄວາມຜູກພັນອັນເລິກເຊິ່ງກັບມັນທີ່ສຸດ.”

 

ພາຍຫຼັງທ່ານສີຈິ້ນຜິງຂຶ້ນຮັບຕຳແໜ່ງການນຳແລ້ວ, ທ່ານນາງ ສີຊິ່ນ ຜູ້ເປັນແມ່ໄດ້ລວມຄອບຄົວເປັນການສະເພາະໂດຍຫ້າມລູກຄົນອື່ນບໍ່ໃຫ້ດຳເນີນທຸລະກິດໃນຂົງເຂດວຽກງານຂອງທ່ານສີຈິ້ນຜິງ. ປີ 2001, ຍ້ອນມີວຽກຫຼາຍ, ທ່ານສີຈີ້ນຜິງທີ່ເປັນເຈົ້າແຂວງແຂວງຟູຈ້ຽນໃນເວລານັ້ນຈຶ່ງບໍ່ມີເວລາກັບບ້ານເພື່ອຮ່ວມສະຫຼອງວັນເກີດຄົບຮອບ 88 ປີຂອງທ່ານສີຈົ້ງຊຸ່ນ ຜູ້ເປັນພໍ່ກັບຄອບຄົວ. ໃນບຸນກຸດຈີນປີນັ້ນ, ເພິ່ນກໍບໍ່ສາມາດກັບມາບ້ານເພື່ອຮ່ວມສະຫຼອງບຸນກຸດຈີນນຳພໍ່ແມ່ໄດ້ເຊັ່ນດຽວກັນ. ເມື່ອເຫັນລູກໄດ້ທຸ້ມເທໃຫ້ກັບວຽກງານຢ່າງໝົດຈິດໝົດໃຈ, ທ່ານນາງສີຊິ່ນຮູ້ສຶກດີໃຈຫຼາຍ,ເພິ່ນເວົ້າກັບທ່ານສີຈິ້ນຜິງວ່າ: “ຂໍພຽງແຕ່ລູກເຮັດວຽກໃຫ້ດີ ກໍຖືວ່າແມ່ນຄວາມກະຕັນຍູຕໍ່ພໍ່ແມ່ດີທີ່ສຸດແລ້ວ”.

 

ທ່ານນາງສີຊິ່ນແມ່ນເອົາໃຈໃສ່ການອົບຮົມບົ່ມສອນລູກ, ຍິ່ງເອົາໃຈໃສ່ການປະພຶດຕົວໃຫ້ເປັນແບບຢ່າງເພື່ອສອນລູກ, ໃນຫຼາຍປີຜ່ານມານີ້, ເພິ່ນໄດ້ຮັກສາຄວາມຊິນເຄີຍດ້ານການດຳລົງຊີວິດແບບລຽບງ່າຍ. ເນື່ອງຈາກບ່ອນເຮັດວຽກຢູ່ຫ່າງໄກຈາກເຮືອນ, ຈຶ່ງມີເວລາໜ້ອຍທີ່ສຸດ ກັບຄອບຄົວ, ແຕ່ເພິ່ນບໍ່ເຄີຍພິຈາລະນາສວຍໃຊ້ໂອກາດຈາກຕຳແໜ່ງການນຳຂອງທ່ານສີຈົ້ງຊຸ່ນ ຜູ້ເປັນສາມີ ເພື່ອຍົກຍ້າຍປ່ຽນວຽກ. ທ່ານຈ້າງຈື້ກົ່ງ  ພະນັກງານໃກ້ຊິດທີ່ເຮັດວຽກຢູ່ຄຽງຂ້າງທ່ານສີຈົ້ງຊຸ່ນມາເປັນເວລາ20ປີໄດ້ບອກໃຫ້ຮູ້ວ່າ: ໃນດ້ານຊີວິດການເປັນຢູ່, ທ່ານນາງສີຊິ່ນບໍ່ເຄີຍນຳໃຊ້ອະພິສິດ, ສ່ວນໃນດ້ານວຽກງານກໍບໍ່ຍອມນ້ອຍໜ້າໝູ່ເຊັ່ນດຽວກັນ.

 

ເລື່ອງລາວຕ່າງໆດັ່ງກ່າວແມ່ນເປັນຕົວຢ່າງອັນມີຊີວິດຊີວາທີ່ສ່ອງແສງໃຫ້ເຫັນເຖິງ ຄວາມຍຸຕິທຳແລະຄວາມປອດໃສຂາວສະອາດຂອງຄອບຄົວປະຕິວັດນີ້.


 ທ່ານສີຈິ້ນຜິງ ຕອນກັບມາຢາມຄອບຄົວທີ່ນະຄອນຫຼວງປັກກິ່ງຈາກການລົງພື້ນຖານຢູ່ຊົນນະບົດຂອງແຂວງສ້ານຊີ່ໃນປີ1972

ເຖິງວ່າເວລາຜ່ານໄປຫຼາຍປີແລ້ວກໍຕາມ, ແຕ່ທ່ານສີຈິ້ນຜິງໄດ້ຈົດຈຳຄຳສັ່ງສອນຂອງພໍ່ແມ່ມາໂດຍຕະຫຼອດ.

 

ເພິ່ນມັກເວົ້າຢູ່ເລື້ອຍໆວ່າ: ການຮັບໃຊ້ປະຊາຊົນ, ມີຄວາມປອດໃສຂາວສະອາດຄື ທາດແທ້ຂອງຊາວກອມມູນິດ, ພວກເຮົາຕ້ອງຮັກສາທາດແທ້ອັນນີ້ໄວ້.

 

ຍ້ອນໄດ້ຮັບອິດທິພົນຈາກແບບແຜນຄອບຄົວ, ວິຖີການດຳລົງຊີວິດຂອງທ່ານສີຈິ້ນຜິງແມ່ນລຽບງ່າຍທີ່ສຸດ, ບໍ່ເຄີຍພິຖີພິຖັນເລື່ອງການກິນຢູ່ແລະນຸ່ງຖື. ຊຸມປີຜ່ານມານີ້, ເພິ່ນໄດ້ມີຄຳຊີ້ນຳຫຼາຍເທື່ອກ່ຽວກັບປາກົດການຫຍໍ້ທໍ້ທີ່ “ກິນຖິ້ມກິນເຫຼືອ” ໂດຍຮຽກຮ້ອງໃຫ້ດຳເນີນການເຄືື່ອນໄຫວ “ກ້ຽງຈ້ານ”. ປີ2018, ໃນໂອກາດເຂົ້າຮ່ວມການພິຈາລະນາກັບຄະນະຜູ້ແທນທີ່ເຂົ້າຮ່ວມກອງປະຊຸມສະພາປະຊາຊົນແຫ່ງຊາດຈີນແລະກອງປະຊຸມສະພາເປິກສາການເມືອງປະຊາຊົນແຫ່ງຊາດຈີນປະຈຳປີນັ້ນ, ທ່ານສີຈິ້ນຜິງໄດ້ເວົ້າດ້ວຍຄວາມສຳຄັນວ່າ: ຄວາມຊິນເຄີຍທີ່ຂະຫຍັນໝັ່ນພຽນແລະປະຢັດມັດທະຍັດບໍ່ຟູມເຟືອຍຄວນຮັກສາໄວ້ຕໍ່ໄປ, ເພິ່ນໃຫ້ຮູ້ຕື່ມວ່າ: “ຄອບຄົວຂ້າພະເຈົ້າຈົນມາເຖິງທຸກມື້ນີ້, ເຂົ້າຢູ່ໃນຖ້ວຍແມ່ນບໍ່ໃຫ້ຕົກເຮ່ຍແມ່ນແຕ່ເມັດດຽວ.”

 

ຄືກັນກັບພໍ່ແມ່, ທ່ານສີຈິ້ນຜິງແມ່ນມີຂໍ້ຮຽກຮ້ອງຢ່າງເຂັ້ມງວດທີ່ສຸດຕໍ່ຄອບຄົວຂອງເພິ່ນເຊັ່ນດຽວກັນ. ພາຍຫຼັງຂຶ້ນຮັບຕຳແໜ່ງການນຳແລ້ວ, ເພິ່ນໄປເຮັດວຽກຢູ່ບ່ອນໃດ ກໍລ້ວນແຕ່ໄດ້ຕັກເຕືອນໝູ່ເພື່ອນຍາດຕິພີ່ນ້ອງວ່າ: “ຫ້າມບໍ່ໃຫ້ເຮັດທຸລະກິດໃດໆຢູ່ບ່ອນເຮັດວຽກຂອງຂ້າພະເຈົ້າ, ຫ້າມບໍ່ໃຫ້ເຮັດສິ່ງໃດໆໃນນາມຂ້າພະເຈົ້າ.” ທ່ານສີຈິ້ນຜິງພ້ອມດ້ວຍທ່ານນາງ ເຜີງລີ້ຢວນ ພັນລະຍາໄດ້ຕັ້ງຊື່ໃຫ້ລູກສາວວ່າ “ໝິງເຈີ” ເພື່ອຝາກຄວາມຫວັງໄວ້ນຳລູກສາວໃຫ້“ເປັນຄົນບໍລິສຸດຂາວສະອາດ ເປັນຄົນທີ່ມີປະໂຫຍດຕໍ່ສັງຄົມ.”

 

ຄະຕິເຕືອນໃຈເຈົ້າຂຸນມູນນາຍທີ່ທ່ານນາງ ສີຊິ່ນ ຜູ້ເປັນແມ່ກ່າຍເອົານັ້ນ, ທ່ານສີຈິ້ນຜິງໄດ້ຈົດຈຳໄວ້ຢູ່ໃນໃຈ. ໃນກອງປະຊຸມສຳຄັນຄັ້ງໜຶ່ງ, ເພິ່ນຍັງໄດ້ຍົກເອົາຄະຕິເຕືອນໃຈເຈົ້າຂຸນມູນນາຍບົດນີ້ມາຕັກເຕືອນບັນດາສະຫາຍໃນທົ່ວພັກວ່າ: “ມີຄວາມຍຸຕິທຳຈຶ່ງຈະ ສາມາດຈຳແນກອັນໃດຜິດອັນໃດຖືກໄດ້ຢ່າງຈະແຈ້ງ, ມີຄວາມປອດໃສ ຂາວສະອາດ ຈຶ່ງຈະເປັນທີ່ເຄົາລົບນັບຖື.”

 

ທ່ານສີຈິ້ນຜິງໄດ້ເນັ້ນໜັກວ່າ: “ເງິນຫຼວງເປັນຂອງລັດ, ບໍ່ໃຫ້ໃຊ້ຈ່າຍຟຸມເຟືອຍແມ່ນແຕ່ອັດດຽວ, ການໃຊ້ອຳນາດເພື່ອປະຊາຊົນ, ບໍ່ໃຫ້ໃຊ້ເພື່ອຜົນປະໂຫຍດສ່ວນຕົວແມ່ນແຕ່ໜ້ອຍດຽວ.” ພາຍຫຼັງຂຶ້ນຮັບຕຳແໜ່ງຜູ້ນຳປະເທດແລ້ວ, ທ່ານສີຈິ້ນຜິງໄດ້ຖືເອົາວຽກງານກໍ່ສ້າງແບບແຜນໄວ້ຢູ່ໃນຖານະລະດັບສູງຄື “ພົວພັນເຖິງຄວາມສັດທາຂອງປະຊາຊົນ, ເປັນປັດໄຈຕັດສິນພື້ນຖານມະຫາຊົນຂອງພັກ.” ໂດຍເພິ່ນໄດ້ນຳໜ້າເປັນແບບຢ່າງປະຕິບັດຕົວຈິງເພື່ອກຳຈັດປັດເປົ່າປາກົດການຫຍໍ້ທໍ້ຕ່າງໆ. ໃນຫຼາຍປີຜ່ານມານີ້, ທ່ານສີຈິ້ນຜິງໄດ້ເປັນປະທານແລະກ່າວຄຳປາໄສໃນກອງປະຊຸມຮ່ວມຊີວິດພັກແບບປະຊາທິປະໄຕທີ່ກົມການເມືອງສູນກາງພັກກອມມູນິດຈີນຈັດຂຶ້ນໃນແຕ່ລະປີ ໂດຍເພິ່ນໄດ້ນຳໜ້າຕຳນິຕິຊົມກັນແລະຕຳນິຕິຊົມຕົນເອງ. ໃນກອງປະຊຸມຄົບຄະນະຄັ້ງທີ3ຂອງຄະນະກຳມະການກວດກາວິໄນສູນກາງພັກກອມມູນິດຈີນສະໄໝທີ20ທີ່ຈັດຂຶ້ນໃນຕົ້ນປີນີ້, ທ່ານສີຈິ້ນຜິງໄດ້ສະເໜີໃຫ້ຖືເອົາການເຊື່ອມຊຶມແລະຜັນຂະຫຍາຍກົດລະບຽບລົງວິໄນພັກກອມມູນິດຈີນສະບັບປັບປຸງໃໝ່ເປັນໂອກາດເພື່ອດຳເນີນການສຶກສາອົບຮົມລະບຽບວິໄນແບບລວມສູນຄັ້ງໜຶ່ງຢູ່ໃນທົ່ວພັກ. ປັດຈຸບັນ, ຢູ່ຈີນ, ການສຶກສາອົບຮົມລະບຽບລົງວິໄນພັກກຳລັງດຳເນີນໄປຢ່າງເປັນຂະບວນຟົດຟື້ນ ເພື່ອນຳພາສະມາຊິກພັກ-ພະນັກງານຫັນລະບຽບວິໄນໃຫ້ເປັນສະຕິຕື່ນຕົວທາງດ້ານການເມືອງ, ທາງດ້ານແນວຄິດແລະທາງດ້ານການເຄື່ອນໄຫວຢ່າງແທ້ຈິງ.

 

ທ່ານສີຈິ້ນຜິງໄດ້ຮັບເອົາແຮງບັນດານໃຈຈາກພໍ່ແມ່, ສຸມຄວາມພະຍາຍາມເຝິກຝົນຫຼໍ່ຫຼອມຕົນເອງໃຫ້ເປັນຄົນທີ່ບໍລິສຸດຜ່ອງໃສ ແລະເປັນປະໂຫຍດຕໍ່ປະຊາຊົນ. ເພິ່ນເຄີຍອອກທຶນຊ່ວຍເຫຼືອນັກຮຽນທຸກຍາກຄົນໜຶ່ງເປັນເວລາ12ປີຕິດຕໍ່ກັນເພື່ອໃຫ້ລາວບັນລຸຄວາມໃຝ່ຝັນແຫ່ງການຮຽນໜັງສື, ນອກນີ້, ເພິ່ນຍັງໄດ້ໄປຢ້ຽມຢາມນັກຮຽນຄົນນັ້ນ8ເທື່ອແລະຂຽນຈົດໝາຍຕອບຄືນ5ເທື່ອເພື່ອໃຫ້ກຳລັງໃຈແກ່ລາວ. ຕອນເຮັດວຽກຢູ່ເຂດນິງເຕີ ແຂວງຟູຈ້ຽນລະຫວ່າງປີ1988-1990, ທ່ານສີຈິ້ນຜິງ ເລຂາຄະນະພັກເຂດນິງເຕີໃນເວລານັ້ນໄດ້ລົງເຄື່ອນໄຫວຢ້ຽມຢາມແລະເຮັດວຽກຢູ່ຕາແສງເຊ້ຍຕັງເຊິ່ງເປັນເຂດຊົນນະບົດຫ່າງໄກສອກຫຼີ 3 ເທື່ອຕາມລຳດັບ ໂດຍຕັດສິນໃຫ້ສ້າງທາງຫຼວງ, ເຂື່ອນໄຟຟ້ານ້ຳຕົກໃຫ້ທ້ອງຖິ່ນແຫ່ງນີ້. ພາຍຫຼັງຂຶ້ນຮັບຕຳແໜ່ງເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນແລ້ວ, ເພິ່ນໄດ້ຮຽກຮ້ອງໃຫ້ສະມາຊິກພັກ-ພະນັກງານທຸກຂັ້ນຕ້ອງລົງປະຈຳການຢູ່ບ້ານໂດຍກົງ ເພື່ອດຳເນີນການຫຼຸດຜ່ອນຄວາມທຸກຍາກແບບ “ໜຶ່ງຕໍ່ໜຶ່ງ” ໂດຍສາມາດນຳພາປະເທດຈີນສ້າງສິ່ງມະຫັດສະຈັນໃນປະຫວັດການຫຼຸດຜ່ອນຄວາມທຸກຍາກຂອງມວນມະນຸດ.

 



ຮູບຖ່າຍຮ່ວມຂອງທ່ານສີຈິ້ນຜິງພ້ອມດ້ວຍທ່ານນາງ ເຜີງລີ້ຢວນ ພັນລະຍາ, ທ່ານນາງ ສີຊິ່ນ ຜູ້ເປັນແມ່ ແລະທ່ານສີຈົ້ງຊຸ່ນ ຜູ້ເປັນພໍ່ຂອງເພິ່ນ

ເລື່ອງລາວຕ່າງໆແມ່ນໄດ້ສ່ອງແສງໃຫ້ເຫັນເຖິງການສືບທອດແບບແຜນທີ່ດີງາມຂອງຄອບຄົວປະຕິວັດ.

 

ທ່ານສີຈິ້ນຜິງໄດ້ໃຫ້ຄວາມສຳຄັນຕໍ່ກັບເລື່ອງນີ້ຢ່າງສະເໝີຕົ້ນສະເໝີປາຍ, ເພິ່ນເວົ້າວ່າ: “ບໍ່ວ່າຍຸກສະໄໝຈະເກີດມີການປ່ຽນແປງຫຼາຍສ່ຳໃດ, ບໍ່ວ່າສະພາບຊີວີດຈະເກີດມີການປ່ຽນແປງຫຼາຍສ່ຳໃດກໍຕາມ, ພວກເຮົາກໍຕ້ອງໃຫ້ຄວາມສຳຄັນຕໍ່ການສ້າງສາຄອບຄົວ, ເອົາໃຈໃສ່ຄອບຄົວ, ເອົາໃຈໃສ່ການອົບຮົມບົ່ມສອນຂອງຄອບຄົວແລະເອົາໃຈໃສ່ແບບແຜນຄອບຄົວ.”