ທ່ານ ສີຈິ້ນຜິງ ສົ່ງສານຊົມເຊີຍເຖິງທ່ານ ມູລິໂນ ທີ່ໄດ້ຮັບເລືອກຕັ້ງເປັນປະທານາທິບໍດີປານາມາຄົນໃໝ່

2024-05-12 14:35:15 CRI

   ຫວ່າງມໍ່ໆມານີ້, ທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ສົ່ງສານຊົມເຊີຍເຖິງທ່ານ ໂຮເຊ ຣາອູລ ມູນິໂນ ເພື່ອສະແດງຄວາມຊົມເຊີຍຕໍ່ທ່ານທີ່ໄດ້ຮັບເລືອກຕັ້ງເປັນປະທານາທິບໍດີສາທາລະນະລັດປານາມາຄົນໃໝ່.


   ເນື້ອໃນສານຊົມເຊີຍຂອງທ່ານ ສີຈິ້ນຜິງ ລະບຸວ່າ: ເດືອນມິຖຸນາປີ 2017, ການສ້າງຕັ້ງສາຍພົວພັນທາງການທູດລະຫວ່າງຈີນ-ປານາມາໄດ້ໄຂສັງກາດໃໝ່ແຫ່ງການພົວພັນລະຫວ່າງສອງປະເທດ. ນັບແຕ່ສ້າງຕັ້ງສາຍພົວພັນທາງການທູດເປັນເວລາເກືອບ 7 ປີມານີ້, ສາຍພົວພັນລະຫວ່າງສອງປະເທດໄດ້ຮັບການພັດທະນາຂຶ້ນຢ່າງວ່ອງໄວ ແລະ ໄດ້ຮັບໝາກຜົນອັນອຸດົມສົມບູນ ເຊິ່ງໄດ້ນໍາເອົາຜົນປະໂຫຍດອັນແທ້ຈິງໃຫ້ແກ່ປະຊາຊົນສອງປະເທດ. ຄວາມຈິງໄດ້ພິສູດໃຫ້ເຫັນວ່າ: ຈີນ-ປານາມາສ້າງຕັ້ງສາຍພົວພັນທາງການທູດແມ່ນສອດຄ່ອງກັບຜົນປະໂຫຍດອັນພື້ນຖານຂອງສອງປະເທດ, ການຊຸກຍູ້ສາຍພົວພັນຈີນ-ປານາມາ ແລະ ການຍຶດໝັ້ນຫຼັກການປະເທດຈີນດຽວ ໄດ້ກາຍເປັນຄວາມເຫັນທີ່ເປັນເອກະພາບກັນໂດຍທົ່ວໄປຂອງວົງການຕ່າງໆໃນສັງຄົມຂອງສອງປະເທດ. ຈີນ-ປານາມາເປັນເພື່ອນມິດທີ່ດີທີ່ມີຄວາມຈິງໃຈ ແລະ ໄວ້ເນື້ອເຊື່ອໃຈກັນ, ທັງເປັນຄູ່ຮ່ວມມືທີ່ດີແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ. ຂ້າພະເຈົ້າໃຫ້ຄວາມສໍາຄັນໃນລະດັບສູງຕໍ່ການພັດທະນາສາຍພົວພັນລະຫວ່າງຈີນ-ປານາມາ, ຍິນດີຮ່ວມກັບທ່ານປະທານາທິບໍດີ ມູລິໂນ ດໍາເນີນການໄປມາຫາສູ່ກັນຢ່າງມີໄມຕີຈິດມິດຕະພາບ, ນໍາພາສາຍພົວພັນລະຫວ່າງຈີນ-ປານາມາສືບທອດອັນເກົ່າຂະຫຍາຍອັນໃໝ່, ພັດທະນາເຂົ້າສູ່ລວງເລິກຢ່າງຕໍ່ເນືອງ ເພື່ອສ້າງຄວາມຜາສຸກໃຫ້ແກ່ປະຊາຊົນສອງປະເທດໃຫ້ຫຼາຍຂຶ້ນກວ່າເກົ່າ.