ມີ 27 ຄົນເສຍຊີວິດຍ້ອນເກີດໄພນ້ຳຖ້ວມຢູ່ແຂວງຊຸມາຕຣາຕາເວັນຕົກຂອງອິນໂດເນເຊຍ

2024-05-13 15:23:54 cri

      ຕອນຄ່ຳວັນທີ 11 ພຶດສະພານີ້,ຢູ່ແຂວງຊຸມາຕຣາຕາເວັນຕົກຂອງອິນໂດເນເຊຍໄດ້ເກີດໄພນ້ຳຖ້ວມ, ເຮັດໃຫ້ເກີດມີນ້ຳຝົນໄຫຼເຂົ້າໄປປົນກັນກັບຫີນລາວາເກົ່າທີ່ເຄີຍໄຫຼອອກຈາກພູເຂົາໄຟ. ຕາມສະຖິຕິຫຼ້າສຸດຈາກລັດຖະບານອິນໂດເນເຊຍໃນວັນທີ 12 ພຶດສະພານີ້, ໄພທຳມະຊາດທີ່ເກີດຂຶ້ນໃນຄັ້ງນີ້ໄດ້ເຮັດໃຫ້ມີຜູ້ເສຍຊີວິດ 27 ຄົນແລະບາດເຈັບອີກ 18 ຄົນ.

      ໂຄສົກອົງການຕ້ານໄພພິບັດແຂວງຊຸມາຕຣາຕາເວັນຕົກແຈ້ງໃຫ້ຮູ້ໃນວັນທີ 12 ພຶດສະພານີ້ວ່າ, ປັດຈຸບັນ, ຜູ້ໄດ້ຮັບບາດເຈັບຈາກເຫດການໃນຄັ້ງນີ້ພວມໄດ້ຮັບການປິ່ນປົວຢູ່ໂຮງໝໍ. ເນື່ອງຈາກວ່າວຽກງານຄົ້ນຫາແລະຊ່ວຍເຫຼືອຜູ້ປະສົບໄພຍັງສືບຕໍ່ດຳເນີນຢູ່,ຈຳນວນຜູ້ເສຍຊີວິດແລະບາດເຈັບຍັງອາດຈະເພີ່ມຂຶ້ນຕື່ມອີກ.