ທ່ານຫຼີສຽງສົ່ງສານອວຍພອນໄປຍັງທ່ານມີຄາອິວ ມີຊູສະຕິນທີ່ໄດ້ຮັບເລືອກຕັ້ງເປັນນາຍົກລັດຖະມົນຕີຣັດເຊຍອີກສະໄໝໜຶ່ງ

2024-05-13 14:42:42 cri


ວັນທີ 12 ພຶດສະພານີ້, ທ່ານຫຼີສຽງ ນາຍົກລັດຖະມົນຕີຈີນໄດ້ສົ່ງສານໄປຍັງທ່ານມີຄາອິວ ມີຊູສະຕິນ, ເພື່ອອວຍພອນຕໍ່ທ່ານທີ່ໄດ້ຮັບການເລືອກຕັ້ງເປັນນາຍົກລັດຖະມົນຕີສະຫະພັນຣັດເຊຍອີກສະໄໝໜຶ່ງ.

 

ທ່ານຫຼີສຽງກ່າວວ່າ: ພາຍໃຕ້ການນຳພາດ້ານຍຸດທະສາດໂດຍທ່ານປະທານສີຈິ້ນຜິງແລະທ່ານປະທານາທິບໍດີວະລາດີເມຍ ປູຕິນ, ການພົວພັນຄູ່ຮ່ວມປະສານງານຍຸດທະສາດຮອບດ້ານໃນຍຸກໃໝ່ລະຫວ່າງຈີນ-ຣັດເຊຍໄດ້ຮັກສາການຂະຫຍາຍຕົວຢ່າງປອດໃສແລະໝັ້ນທ່ຽງ. ຄວາມໄວ້ເນື້ອເຊື່ອໃຈກັນທາງການເມືອງລະຫວ່າງສອງຝ່າຍໄດ້ຮັບການກ້າວເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງ, ການຮ່ວມມືືີທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດແມ່ນໄດ້ຮັບການຊຸກຍູ້ຢ່າງເປັນລະບຽບ, ການແລກປ່ຽນດ້ານວັດທະນະທຳນັບມື້ນັບແໜ້ນແຟ້ນຫຼາຍກວ່າເກົ່າ, ເຊິ່ງໄດ້ນຳເອົາຜົນປະໂຫຍດອັນແທ້ຈິງໃຫ້ແກ່ສອງປະເທດແລະປະຊາຊົນຂອງສອງຊາດ. ຂ້າພະເຈົ້າຍິນດີພະຍາຍາມຮ່ວມກັນກັບທ່ານນາຍົກລັດຖະມົນຕີມີຄາອິວ ມີຊູສະຕິນ, ປະກອບສ່ວນໃໝ່ເຂົ້າໃນການເພີ່ມເນື້ອໃນດ້ານການພົວພັນລະຫວ່າງຈີນ-ຣັດເຊຍ, ເພື່ອເພີ່ມທະວີການຮ່ວມມືຕົວຈິງລະຫວ່າງສອງປະເທດ.