ບົດລາຍງານການພັດທະນາ “ທົດສະວັດຍີ່ຫໍ້ຈີນ” ໄດ້ເປີດເຜີຍຢູ່ເມືອງເຕີຊິ່ງແຂວງເຈີ້ຈ່ຽງຈີນ

2024-05-13 15:57:51 cri

ວັນທີ 12 ພຶດສະພານີ້, ກອງປະຊຸມເປີດເຜີຍບົດລາຍງານການພັດທະນາໃນຫົວຂໍ້ “ທົດສະວັດຍີ່ຫໍ້ຈີນ” ເຊິ່ງເປັນໜຶ່ງໃນບັນດາກິດຈະກຳມົ້ວກ່ານຊ່ານຍີ່ຫໍ້ໂລກປີ 2024 ທີ່ເປັນເຈົ້າພາບໂດຍຫ້ອງການວຽກງານຍີ່ຫໍ້ຂອງສຳນັກຂ່າວສານຊິ່ນຮວາ ແລະເວັບໄຊຍີ່ຫໍ້ແຫ່ງຊາດຈີນໄດ້ຈັດຂຶ້ນຢູ່ເມືອງເຕີຊິ່ງແຂວງເຈີ້ຈ່ຽງຂອງຈີນ.

 

ບົດລາຍງານການພັດທະນາໃນຫົວຂໍ້ “ທົດສະວັດຍີ່ຫໍ້ຈີນ” ຖືການພັດທະນາການສ້າງຍີ່ຫໍ້ຈີນໃນທົດສະວັດທີ່ຜ່ານມາເປັນແກນກາງ, ສະແດງໃຫ້ເຫັນເຖິງຂະບວນການພັດທະນາ ແລະຜົນງານທີ່ນຳໃຊ້ຢ່າງມີປະສິດທິຜົນຂອງການສ້າງຍີ່ຫໍ້ຈີນໃນທົດສະວັດທີ່ຜ່ານມາຢ່າງຮອບດ້ານ, ໄດ້ສະຫຼຸບເຫດຜົນທາງພາຍໃນ ແລະປະສົບການທີ່ມີຜົນສຳເລັດຂອງການສ້າງຍີ່ຫໍ້ຈີນຢ່າງເປັນລະບົບ ແລະໄດ້ຈ້ອງມອງທ່າອ່ຽງການພັດທະນາຂອງການສ້າງຍີ່ຫໍ້ຈີນໃນອະນາຄົດ.