ຂໍ້ສະເໜີ 11 ຂໍ້ຂອງທ່ານ ໄອເຄິຢຶມູ ສະແດງໃຫ້ເຫັນເຖິງຄວາມຫວັງທີ່ດີງາມຂອງຜູ້ລ້ຽງສັດຊາວຊິ່ນຈ່ຽງ

2024-05-13 16:38:36 cri

ທ່ານ ໄອເຄິຢືມູ ໄໝໄໝທີມີງ ແມ່ນເລຂາຄະນະພັກບ້ານຊາອີໄມລີ, ເມືອງລູນໄທ, ເຂດປົກຄອງຕົນເອງເຜົ່າອຸຍເກີຊິ່ນຈ່ຽງຈີນ ທັງແມ່ນຜູ້ແທນສະພາປະຊາຊົນແຫ່ງຊາດຈີນປີນີ້. ໃນເວລາເຂົ້າຮ່ວມກອງປະຊຸມປະຈຳປີຂອງສະພາຜູ້ແທນປະຊາຊົນທົ່ວປະເທດ, ທ່ານໄດ້ສະເໜີຂໍ້ສະເໜີ 11 ຂໍ້ກ່ຽວກັບການພັດທະນາບ້ານເກີດ ທີ່ກ່ຽວພັນເຖິງການຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນ ແລະ ການສ້າງສາພື້ນຖານໂຄງລ່າງເປັນຕົ້ນ.

 


ທ່ານພົບເຫັນວ່າ: ເຂດລ້ຽງສັດຢູ່ພາກໃຕ້ຊິ່ນຈ່ຽງ ແລະ ເຂດພູດອຍໃນລະດູໜາວແມ່ນລົບ 30 ອົງສາທັງໝົດ. ປັດຈຸບັນ, ເມື່ອປ່ຽນຈາກການໃຊ້ຖ່ານຫີນມາໃຊ້ໄຟຟ້າແລ້ວ, ຄ່າໃຊ້ຈ່າຍຂອງຊາວກະສິກອນ ແລະ ຜູ້ລ້ຽງສັດຫຼາຍໆຄົນລ້ວນແຕ່ເພີ່ມຂຶ້ນຫຼາຍ. ທ່ານຈຶ່ງສະເໜີໃຫ້ເພີ່ມຊັ້ນຮັກສາຄວາມອຸ່ນໃຫ້ເຮືອນຂອງຊາວກະສິກອນ ແລະ ຜູ້ລ້ຽງສັດ ເພື່ອຫຼຸດຜ່ອນພາລະດ້ານຄ່າໃຊ້ຈ່າຍການຮັກສາຄວາມອຸ່ນໃນລະດູໜາວຂອງຊາວກະສິກອນ ແລະ ຜູ້ລ້ຽງສັດທັງຫຼາຍ ແລະຍັງສາມາດປະຢັດພະລັງງານໄດ້.


ຢູ່ໃນບ້ານຊາອີໄມລີ ມີຊາວບ້ານ 1.800 ກວ່າຄົນ, ສ່ວນຫຼາຍແມ່ນຊາວເຜົ່າອຸຍເກີ, ຕົ້ນຕໍແມ່ນດຳລົງຊີວິດດ້ວຍການປູກສາລີ, ປູກຝ້າຍ ແລະ ຕົ້ນໄມ້ກິນໝາກທີ່ເປັນເອກະລັກຂອງທ້ອງຖິ່ນ ເຊັ່ນ: ໝາກຄາຍຫອມເປັນຕົ້ນ.


ໃນຊຸມປີມໍ່ໆມານີ້, ຄຽງຄູ່ກັບການເຜີຍແຜ່ຄວາມຮູ້ກ່ຽວກັບການເຮັດກະສິກໍາຕາມຫຼັກວິທະຍາສາດ ແລະ ການນໍາໃຊ້ເຄື່ອງຈັກກະສິກຳ, ຜູ້ອອກແຮງງານໃນຊົນນະບົດໄດ້ຮັບການປົດປ່ອຍຢ່າງຫຼວງຫຼາຍ. ສະນັ້ນ, ທ່ານ ໄອເຄິຢືມູ ຈິ່ງນຳພາຄົນທັງຫຼາຍພັດທະນາເສດຖະກິດໃນຮົ່ມ, ຕົວຢ່າງວ່າ: ລ້ຽງໄກ່ຢູ່ກ້ອງຕົ້ນໄມ້ກິນໝາກ, ປູກຜັກໃນໂຮງເຮືອນຂະໜາດນ້ອຍເປັນຕົ້ນ. ນອກຈາກນີ້ ຍັງໄດ້ສ້າງຕັ້ງສະຫະກອນຮ່ວມມື ເພື່ອເປີດຊ່ອງທາງຈຳໜ່າຍຜະລິດຕະພັນ ແລະ ເພີ່ມລາຍໄດ້ໃຫ້ແກ່ຊາວບ້ານ.

 


ເພື່ອດຶງດູດໃຫ້ວິສາຫະກິດທີ່ເຂັ້ມແຂງ ໄປດຳເນີນການທຸລະກິດຢູ່ຊົນນະບົດຫຼາຍຂຶ້ນ ແລະ ຊຸກຍູ້ໃຫ້ຊາວບ້ານມີລາຍໄດ້ເພີ່ມຂຶ້ນ, ອົງການປົກຄອງຂອງຕາແສງໄດ້ລວມລວມຊັບພະຍາກອນຂອງບ້ານທັງໝົດ ເຊິ່ງລວມທັງບ້ານຊາອີໄມລີ ໂດຍໄດ້ເຊັນສັນຍາການສະໜອງ ແລະ ຈຳໜ່າຍໝາກຖົ່ວຍາວກັບວິສາຫະກິດແຫ່ງໜຶ່ງ. ໃນປີ 2023 ລາຍໄດ້ສະເລ່ຍຕໍ່ຄົນໃນບ້ານໄດ້ບັນລຸເຖິງ 21.178 ຢວນ, ເພີ່ມຂຶ້ນຫຼາຍກວ່າປີ 2022 ເຖິງ 2.000 ຢວນ.


   ຕໍ່ກັບການພັດທະນາຂອງບ້ານໃນອະນາຄົດ, ທ່ານ ໄອເຄິຢືມູ ບອກໃຫ້ຮູ້ວ່າ: ຮອດປີ 2026 ເສັ້ນທາງທີ່ເລັງໄປສູ່ທົ່ງຫຍ້າບາຢັນບູລັກ ເຊິ່ງເປັນເຂດທິວທັດທີ່ມີຊື່ສຽງຂອງຊິ່ນຈ່ຽງ ຈະສ້າງສຳເລັດ ແລະ ເປີດນຳໃຊ້ໄດ້. ທາງເສັ້ນນີ້ຈະຜ່ານທຸກບ້ານ ເຊິ່ງລວມທັງບ້ານຊາອີໄມລີ. ທ່ານ ໄອເຄິຢືມູ ມີແຜນໃຫ້ເສດຖະກິດຄອບຄົວໃນແຕ່ລະບ້ານ ຖືເອົາທາງເສັ້ນນີ້ເປັນການພັດທະນາຂະແໜງການທ່ອງທ່ຽວຊົນນະບົດ, ເຮືອນພັກພື້ນເມືອງ ແລະອື່ນໆ ແລະເຮັດໃຫ້ຊາວບ້ານມີລາຍຮັບເພີ່ມຂຶ້ນຈາກການທ່ອງທ່ຽວ.