ອະດີດລັດຖະມົນຕີປ້ອງກັນປະເທດຣັດເຊຍ ໄດ້ຮັບການແຕ່ງຕັ້ງເປັນເລຂາທິການສະພາຄວາມໝັ້ນຄົງຣັດເຊຍ

2024-05-13 14:36:04 cri


ວັນທີ 12 ພຶດສະພານີ້, ເວັບໄຊປະທານາທິບໍດີຣັດເຊຍແຈ້ງຂ່າວໃຫ້ຮູ້ວ່າ, ທ່ານວາລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍໄດ້ເຊັນລັດຖະດຳລັດ, ໂດຍໄດ້ແຕ່ງຕັ້ງທ່ານ ເຊີເກ ໂຊຍກູ, ອະດີດລັດຖະມົນຕີກະຊວງປ້ອງກັນປະເທດຣັດເຊຍເປັນເລຂາທິການຂອງສະພາຄວາມໝັ້ນຄົງຂອງສະຫະພັນຣັດເຊຍ.


ນອກນີ້, ຕອນຄ່ຳວັນທີ 12 ພຶດສະພານີ້, ຄະນະກຳມະການສະຫະພັນຣັດເຊຍ (ສະພາສູງ) ໄດ້ແຈ້ງຂ່າວຜ່ານທາງສື່ສັງຄົມອອນລາຍວ່າ, ໃນມື້ດຽວກັນ, ທ່ານປູຕິນໄດ້ຍື່ນບັນຊີລາຍຊື່ຂອງຄະນະລັດຖະບານຣັດເຊຍຊຸດໃໝ່ ໃຫ້ແກ່ຄະນະກຳມະການສະຫະພັນຣັດເຊຍ.


ຂ່າວສານອີຕາຕັສ ແຈ້ງຂ່າວວ່າ, ຄະນະກຳມະການສະຫະພັນຣັດເຊຍຕ້ອງດຳເນີນການພິຈາລະນາຕໍ່ບັນຊີລາຍຊື່ດັ່ງກ່າວພາຍໃນໜຶ່ງອາທິດ ແລະລາຍງານຜົນການພິຈາລະນາໃຫ້ທ່ານປູຕິນ. ຖ້າບໍ່ມີຄວາມເຫັນທີ່ຕ່າງກັນ, ທ່ານປູຕິນຈະເຊັນລັດຖະດຳລັດ ເພື່ອແຕ່ງຕັ້ງຜູ້ຄົນທີ່ກ່ຽວຂ້ອງ.