ຄະນະຜູ້ແທນພັກກອມມູນິດຈີນຢ້ຽມຢາມ ສປປ ລາວ

2024-05-13 14:43:48 cri

ວັນທີ 9 ຫາວັນທີ 12 ພຶດສະພານີ້, ໂດຍຕອບສະໜອງຕາມການເຊື້ອເຊີນຂອງພັກປະຊາຊົນປະຕິວັດລາວ, ທ່ານຈ້າວຊື້ທົ່ງ ຜູ້ຊ່ວຍຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນໄດ້ນຳພາຄະນະຜູ້ແທນກອມມູນິດຈີນເດີນທາງໄປຢ້ຽມຢາມສາທາລະນະລັດປະຊາທິປະໄຕປະຊາຊົນລາວ. ໃນໄລຍະດັ່ງກ່າວ, ໄດ້ເຂົ້າຢ້ຽມຂ່ຳນັບທ່ານບຸນທອງ ຈິດມະນີ ກຳມະການກົມການເມືອງ ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ ຮອງປະທານປະເທດແຫ່ງ ສປປ ລາວ, ທ່ານຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ທ່ານທອງສະຫວັນ ພົມວິຫານ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ແລະໄດ້ສົນທະນາກັນກັບຜູ້ຮັບຜິດຊອບຂອງພາກສ່ວນພັກແລະລັດຖະບານ ສປປ ລາວ.

 

ສອງຝ່າຍໄດ້ແລກປ່ຽນຄວາມເຫັນກ່ຽວກັບການພົວພັນລະຫວ່າງຈີນ-ລາວແລະບັນຫາທີ່ມີຄວາມສົນໃຈຮ່ວມກັນ, ໄດ້ກ່າວຢ່າງເປັນເອກະສັນກັນວ່າຕ້ອງຈັດຕັ້ງປະຕິບັດຄວາມເຫັນທີ່ເປັນເອກະພາບກັນອັນສຳຄັນລະຫວ່າງຜູ້ນຳສູງສຸດຂອງສອງພັກແລະສອງລັດ, ລົງເລິກການແລກປ່ຽນແລະການຮ່ວມມືລະຫວ່າງສອງພັກ, ຮວ່ມກັນສ້າງປະຊາຄົມຮ່ວມຊາຕາກຳຈີນ-ລາວທີ່ມີມາດຕະຖານສູງ, ຄຸນນະພາບສູງແລະລະດັບສູງ.