ມີຜູ້ເສຍຊີວິດ 15 ຄົນຈາກການໂຈມຕີໃສ່ອາຄານຂອງພົນລະເຮືອນຫຼັງໜຶ່ງຢູ່ພາກໃຕ້ຣັດເຊຍ

2024-05-13 15:32:20 cri

 

ວັນທີ 12 ພຶດສະພານີ້, ອາຄານພົນລະເຮືອນຫຼັງໜຶ່ງທີ່ນະຄອນເບນໂກໂຣດທີ່ຢູ່ບໍລີເວນຊາຍແດນລະຫວ່າງຣັດເຊຍແລະອູແກຣນໄດ້ຖືກໂຈມຕີແລ້ວພັງທະລາຍລົງ, ເຊິ່ງເຮັດໃຫ້ມີຜູ້ເສຍຊີວິດ 15 ຄົນ.

 

ຕາມການລາຍງານຂ່າວຈາກຂ່າວສານອີຕາຕັສໂດຍອີງຕາມຂ່າວສານຈາກພາກສ່ວນທີ່ກ່ຽວຂ້ອງວ່າ: ວຽກງານການກອບກູ້ຊ່ວຍເຫຼືອຢູ່ໃນບ່ອນທີ່ເກີດເຫດການນັ້ນເຄີຍຍຸດຕິຊົ່ວຄາວຍ້ອນມີສຽງແຈ້ງເຕືອນກ່ຽວກັບລູກສອນໄຟນຳວິຖີໃນນະຄອນເບນໂກໂຣດຂອງຣັດເຊຍ, ປັດຈຸບັນນີ້ວຽກງານການກອບກູ້ຊ່ວຍເຫຼືອຍັງດຳເນີນຢ່າງຕໍ່ເນື່ອງ, ມີ 7 ຄົນຢ່າງໜ້ອຍຍັງຫາຍສາບສູນ, ຈຳນວນຂອງຜູ້ເສຍຊີວິດແລະບາດເຈັບອາດຈະເພີ່ມຂຶ້ນຕື່ມອີກ.