ຮອງປະທານປະເທດຈີນເຂົ້າຮ່ວມພິທີເປີດຂອງກອງປະຊຸມສຸດຍອດການສົ່ງເສີມການຄ້າ ແລະການລົງທຶນໂລກປີ 2024

2024-05-14 15:06:19 cri

ວັນທີ 13 ພຶດສະພານີ້, ທ່ານຮັນເຈີ້ງ ຮອງປະທານປະເທດຈີນໄດ້ເຂົ້າຮ່ວມພິທີເປີດຂອງກອງປະຊຸມສຸດຍອດການສົ່ງເສີມການຄ້າ ແລະການລົງທຶນໂລກປີ 2024 ຢູ່ນະຄອນຫຼວງປັກກິ່ງຈີນ.

 

ໃນກອງປະຊຸມຄັ້ງນີ້ທ່ານໄດ້ກ່າວຄຳປາໄສວ່າ: ຈີນຈະສືບຕໍ່ເປີດກວ້າງການເປີດປະຕູສູ່ພາຍນອກທີ່ມີຄຸນນະພາບສູງ ແລະແບ່ງປັນຜົນປະໂຫຍດການພັດທະນາກັບບັນດາຝ່າຍ. ຈີນຍິນດີແບ່ງປັນໂອກາດການພັດທະນາໃຫ້ກັບໂລກ, ຍິນດີຕ້ອນຮັບວິສາຫະກິດຂອງບັນດາປະເທດເຂົ້າມາສືບຕໍ່ລົງທຶນຢູ່ຈີນ, ດຳເນີນທຸລະກິດຢູ່ຈີນ ແລະໄດ້ຮັບຜົນປະໂຫຍດຢູ່ຈີນ.

 

ກອງປະຊຸມສຸດຍອດຄັ້ງນີ້ແມ່ນຈັດຂຶ້ນພາຍໃຕ້ຫົວຂໍ້ “ຄວາມໄວ້ເນື້ອເຊື່ອໃຈກັນ ກັບການຮ່ວມມື: ການເລືອກໃນການປ່ຽນແປງ”, ມີຜູ້ຮັບຜິດຊອບຈາກອົງການຈັດຕັ້ງສາກົນ, ອົງການເສດຖະກິດ, ສະມາຄົມການຄ້າຕ່າງປະເທດ ແລະອົງການສົ່ງເສີມການຄ້າໂລກ ພ້ອມດ້ວຍຜູ້ຕາງໜ້າຈາກວິສາຫະກິດຈີນ ແລະຕ່າງປະເທດຈຳນວນ 750 ກວ່າທ່ານໄດ້ເຂົ້າຮ່ວມ.