ເປີດໂຕເວບໄຊຊື້-ຂາຍສິນຄ້າກະສິກຳລາວ ເຊື່ອມໂຍງ E-commerce ລາວ-ຈີນ.

2024-05-14 16:51:42 cri

     ໃນວັນທີ 13 ພຶດສະພາ ກົມສົ່ງເສີມກະສິກຳການຄ້າ ແລະ ຫັດຖະກຳ, ກະຊວງອຸດສະຫະກຳແລະການຄ້າໄດ້ຈັດພິທີເປີດໂຕແພັດຟອມການຄ້າເອເລັກໂຕນິກສຳລັບຜະລິດຕະພັນກະສິກຳລາວຂຶ້ນຢ່າງເປັນທາງການ ໂດຍການເຂົ້າຮ່ວມຂອງທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສະຫະກຳ ແລະການຄ້າ, ທ່ານ ຫວາງ ສ້າງ ອຸປະທູດຊົ່ວຄາວສະຖານທູດຈີນປະຈຳລາວ ພ້ອມດ້ວຍແຂກຈາກພາກສ່ວນທີ່ກ່ຽວຂ້ອງ.

   ທ່ານ ວິທູນ ສິດທິມໍລະດາ ຫົວໜ້າກົມສົ່ງເສີມການຄ້າ ແລະຫັດຖະກຳ ໄດ້ກ່າວວ່າໂຄງການຊ່ວຍເຫຼືອກໍ່ສ້າງລະບົບການຄ້າເອເລັກໂຕນິກສຳລັບຜະລິດຕະພັນກະສິກຳລາວເປັນໜຶ່ງໃນໂຄງການສຳຄັນທີ່ໄດ້ຮັບການຊ່ວຍເຫຼືອລ້າຈາກລັດຖະບານ ແລະປະຊາຊົນ ສປ ຈີນ ແກ່ ສປປ ລາວ ເຊິ່ງໄດ້ລິເລີ່ມໃນປີທ້າຍປີ 2020 ພາຍໃຕ້ການຈັດຕັ້ງປະຕິບັດຂອງກົມສົ່ງເສີມກະສິກຳການຄ້າ ແລະ ຫັດຖະກຳ ແລະບໍລິສັດອ່ານຫຸ່ຍອີຊ່າງເຕັກໂນໂລຊີດິຈິຕອນຈຳກັດໃຫ້ການຊ່ວຍເຫຼືອທາງດ້ານເຕັກນິກ ລວມທັງພາກສ່ວນອື່ນໆ ຈົນສາມາດສຳເລັດການສ້າງແພດຟອມຢູ່ເທິງເວບໄຊ www.laoproduct.com.la ທີ່ເປັນແພັດຟອມພາຍໃນ ແລະ www.laoproduct.com.cn ທີ່ເປັນແພັດຟອມຂ້າມແດນ.

ໂຄງການດັ່ງກ່າວແມ່ນໄດ້ກໍ່ສ້າງລະບົບການຄ້າເອເລັກໂຕນິກສຳລັບສິນຄ້າກະສິກຳລາວ ຖືເປັນການລິເລີ່ມສ້າງພື້ນຖານໂຄງລ່າງດ້ານເຕັກໂນໂລຊີຂໍ້ມູນຂ່າວສານ ແລະການສື່ສານໃນຂົງເຂດການຄ້າແລະບໍລິການເພື່ອໃຫ້ເກີດການເຊື່ອມໂຍງໃນທຸກຂົງເຂດ, ມີການສ້າງຈຸດບໍລີການການຄ້າເອເລັກໂຕນິກ, ສ້າງລະບຽບການຄຸ້ມຄອງດ້ານ E-commerce ລວມທັງຊຸກຍູ້ການຜະລິດກະສິກຳຂອງລາວໃຫ້ກາຍເປັນສິນຄ້າສົ່ງອອກນັບມື້ຫຼາຍຂຶ້ນ. ນອກນັ້ນ, ກໍແມ່ນເພື່ອປະຕິບັດຂໍ້ຕົກລົງຫຼາຍດ້ານທີ່ເປັນເອກະພາບຂອງການນຳລາວ-ຈີນ, ຮັດແໜ້ນການພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື່ອລະຫວ່າງລາວ-ຈີນ, ຮ່ວມກັນຊູກຍູ້ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ແລະການເຊື່ອມຈອດດ້ານຍຸດທະສາດ “ຫັນປະເທດທີ່ບໍ່ມີທາງອອກສູ່ທະເລມາເປັນປະເທດເຊື່ອມຈອດທາງບົກ”, ເພີ່ມທະວີລະດັບການຮ່ວມມືທາງດ້ານເສດຖະກິດ ແລະລົງເລິກການຮ່ວມມືໃນຂົງເຂດການຄ້າຜ່ານເອເລັກໂທຣນິກ, ກະສິກຳ, ການຄ້າ, ICT ແລະອື່ນໆ.

ທ່ານ ຫວາງ ສ້າງ ໄດ້ກ່າວວ່າ ໂຄງການດັ່ງກ່າວແມ່ນເປັນມາດຕະການສຳຄັນໃນການຈັດຕັ້ງປະຕິບັດແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳຈີນ-ລາວ ຖືເປັນການນຳໃຊ້ປະສົບການພັດທະນາການຄ້າເອເລັກໂຕນິກຂອງຈີນເພື່ອຊຸກຍູ້ການຜະລິດກະສິກຳລາວສົ່ງອອກໄປຈີນໃຫ້ຫຼາຍກວ່າເກົ່າ, ຍົກລະດັບ "ຊ່ອງທາງໃໝ່" ແຫ່ງການເຊື່ອມໂຍງເຊື່ອມຈອດດ້ານການຄ້າ ແລະການຫັນເປັນທັນສະໄຫມລະຫວ່າງຈີນລາວທີ່ຈະຊ່ວຍໃຫ້ລາວພັດທະນາແລະເຮັດໃຫ້ປະຊາຊົນຮັ່ງມີຂຶ້ນ.

ໃນຕອນທ້າຍຂອງພິທີບັນດາແຂກທີຖືກເຊີນແລະຄະນະຈັດຕັ້ງປະຕິບັດໂຄງການກໍໄດ້ຮ່ວມກັນກົດປຸ່ມເປີດນຳໃຊ້ລະບົບຢ່າງເປັນທາງການອີກດ້ວຍ.