ຈີນເຕືອນໃຫ້ອາເມຣິກາສ້າງເງື່ອນໄຂທີ່ດີໃຫ້ແກ່ການຮ່ວມມືດ້ານຮັບມືກັບການການປ່ຽນແປງຂອງດິນຟ້າອາກາດແລະການຫັນປ່ຽນຮູບແບບການພັດທະນາເປັນແບບສີຂຽວຢ່າງແທ້ຈິງ

2024-05-14 14:31:39 cri

 

ຕາມການລາຍງານວ່າ: ນັບແຕ່ວັນທີ 8 ຫາວັນທີ 9 ພຶດສະພານີ້, ກອງປະຊຸມ “ໜ່ວຍງານເພີ່ມທະວີການເຄື່ອນໄຫວຮັບມືກັບການປ່ຽນແປງຂອງດິນຟ້າອາກາດທົດສະວັດທີ 20 ສັດຕະວັດທີ 21 ລະຫວ່າງຈີນ-ອາເມຣິກາໄດ້ຈັດຂຶ້ນຢູ່ນະຄອນຫຼວງວໍຊີງຕັນຂອງອາເມຣິກາ. ສອງຝ່າຍໄດ້ເຈາະຈົງເຂົ້າໃນການເປິກສາຫາລືກ່ຽວກັບການຮ່ວມມືໃນຂົງເຂດການຫັນປ່ຽນຮູບແບບຂອງພະລັງງານທີ່ກຳນົດໄວ້ໃນ “ຖະແຫຼງການບ້ານແສງຕາເວັນ” ແລະຂົງເຂດອື່ນໆ, ກ່າວວ່າຍິນດີດຳເນີນກິດຈະກຳການແລກປ່ຽນດ້ານເຕັກນິກແລະນະໂຍບາຍທີ່ກ່ຽວຂ້ອງແລະກິດຈະກຳອື່ນໆ.

 

ກ່ຽວກັບເລື່ອງນີ້, ທ່ານວ່າງເວີນປີ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວໃນເວລາຕອບຄຳຖາມໃນກອງປະຊຸມຖະແຫຼງຂ່າວປະຈຳທີ່ໄດ້ຈັດຂຶ້ນໃນວັນທີ 13 ພຶດສະພານີ້ວ່າ: ອາເມຣິກາກ່າວວ່າຍິນດີເພີ່ມທະວີການຮ່ວມມືດ້ານການຮັບມືກັບການປ່ຽນແປງຂອງດິນຟ້າອາກາດກັບຈີນ, ໃນເວລາດຽວກັນພັດໄດ້ປ່າວຂ່າວອັນທີ່ວ່າ “ຄວາມສາມາດການຜະລິດເກີນຄວາມຕ້ອງການ” ໂດຍແນໃສ່ຜະລິດຕະພັນພະລັງງານໃໝ່ຂອງຈີນ, ກ່າວວ່າຈະເພີ່ມພາສີຈຳນວນຫຼາຍຕໍ່ລົດໄຟຟ້າ, ຜະລິດຕະພັນພະລັງແສງຕາເວັນແລະອື່ນໆ. ຈີນເຕືອນໃຫ້ອາເມຣິກາຢ່າເຮັດຄືເປັນຜູ້ປົກປັກຮັກສາທີ່ດີ, ແຕ່ພັດສ້າງຄວາມເສຍຫາຍໃນເວລາດຽວກັນ, ສ້າງເງື່ອນໄຂທີ່ດີໃຫ້ແກ່ການຮ່ວມມືດ້ານການຮັບມືກັບການປ່ຽນແປງຂອງດິນຟ້າອາກາດແລະການຫັນປ່ຽນຮູບແບບການພັດທະນາເປັນແບບສີຂຽວຢ່າງແທ້ຈິງ.