ທ່ານຫວາງຢີ້ພົບປະເຈລະຈາກັບລັດຖະມົນຕີກະຊວງການຕ່າງປະເທດ ສ.ເກົາຫຼີ

2024-05-14 15:01:54 cri

 

ວັນທີ 13 ພຶດສະພານີ້, ທ່ານຫວາງຢີ້ ກຳມະການກົມການເມືອງສູນກາງພັກກອມມູນິດຈີນ ລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ພົບປະເຈລະຈາກັບທ່ານໂຊແທຢູນ ລັດຖະມົນຕີກະຊວງການຕ່າງປະເທດ ສ.ເກົາຫຼີ ທີ່ນະຄອນຫຼວງປັກກິ່ງຂອງຈີນ.

 

ທ່ານຫວາງຢີ້ກ່າວວ່າ: ຫວັງວ່າສ.ເກົາຫຼີຈະຮ່ວມກັນກັບຈີນ, ຍຶດໝັ້ນທິດທາງທີ່ມີໄມຕີຈິດຖານບ້ານໃກ້ເຮືອນຄຽງ, ຍຶດໝັ້ນເປົ້າໝາຍການຮ່ວມມືທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ປັດປ່າຍສິ່ງລົບກວນຕ່າງໆ, ເດີນໜ້າໄປຫາກັນ, ຮ່ວມກັນຊຸກຍູ້ໃຫ້ການພົວພັນລະຫວ່າງຈີນ- ສ.ເກົາຫຼີໄດ້ຮັບການພັດທະນາຢ່າງປອດໃສແລະໝັ້ນທ່ຽງ.

 

ທ່ານໂຊແທຢູນກ່າວວ່າ: ຍິນດີຮ່ວມກັນກັບຈີນເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈກັນ, ເປີດກວ້າງຄວາມເຫັນທີ່ເປັນເອກະພາບກັນ, ສຸມໃສ່ການຮ່ວມມື, ສ້າງສະຖານະການໃໝ່ທາງດ້ານການຮ່ວມມືລະຫວ່າງສ.ເກົາຫຼີແລະຈີນ.