ລົດໄຟຂົນສົ່ງສິນຄ້າຈີນ-ເອີຣົບແລ່ນໄດ້ເຖິງ 6.184 ຖ້ຽວນັບແຕ່ເດືອນມັງກອນຫາເດືອນເມສາປີ 2024

2024-05-14 14:30:30 cri

 

ນັກຂ່າວໄດ້ຮັບຂໍ້ມູນຈາກກຸ່ມບໍລິສັດທາງລົດໄຟຈີນຈຳກັດວ່າ: ນັບແຕ່ເດືອນມັງກອນຫາເດືອນເມສາປີ 2024 ນີ້,  ນັບລວມແລ້ວລົດໄຟຂົນສົ່ງສິນຄ້າຈີນ-ເອີຣົບແລ່ນໄດ້ 6.184 ຖ້ຽວ, ເຊິ່ງໄດ້ເພີ່ມຂຶ້ນ 10% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້, ໄດ້ຂົນສົ່ງສິນຄ້າ 675.000 ຕູ້, ເຊິ່ງໄດ້ເພີ່ມຂຶ້ນ 11% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້. ນັບມາຮອດທ້າຍເດືອນເມສາປີ 2024, ລົດໄຟຂົນສົ່ງສິນຄ້າຈີນ-ເອີຣົບໄດ້ແລ່ນລົດຫຼາຍກວ່າ89.000 ຖ້ຽວ, ເຊິ່ງກວມໄປຮອດ 223 ເມືອງຂອງ 25 ປະເທດໃນເອີຣົບ.