ສົ່ງອາຫານໃຫ້ຝ່າຍໜຶ່ງແລະສົ່ງລູກລະເບີດໃຫ້ອີກຝ່າຍໜຶ່ງ, ຄວາມຈອມປອມແລະສອງມາດຕະຖານຂອງອາເມຣິກາຄວນຢຸດໄດ້ແລ້ວ

2024-05-14 11:08:53 cri

ຫວ່າງມໍ່ໆມານີ້, ກອງບັນຊາການສູນກາງກອງທັບອາເມຣິກາອອກຖະແຫຼງການວ່າ: ໄດ້ປ່ອນເຄື່ອງຊ່ວຍເຫຼືອຕ່າງໆເຖິງ 1.200 ໂຕນລົງໄປໃນເຂດກາຊາຈາກທາງອາກາດ, ແຕ່ຖ້າທຽບໃສ່ຄວາມຕ້ອງການທີ່ແທ້ງຈິງແລ້ວແມ່ນຈະຕົກຢູ່ປະມານ 4.000 ໂຕນຕໍ່ມື້, 1.200 ໂຕນຍັງໃຊ້ບໍ່ພໍຮອດມື້ໜຶ່ງຊ້ຳ. ແຕ່ໃນຂະນະດຽວກັນ, ອາເມຣິກາພັດຍັງໄດ້ສະໜອງອາວຸດ, ຂ່າວລັບ, ລະບົບອາວຸດປ້ອງກັນອາກາດ ແລະ ເງິນທຶນໃຫ້ແກ່ອິດສະຣາແອນ. ເປັນເວລາດົນນານມາແລ້ວ, ອາເມຣິກາໄດ້ເນັ້ນໜັກເຖິງ “ການພົວພັນພິເສດ” ລະຫວ່າງອາເມຣິກາກັບອິດສະຣາແອນ ເພື່ອຮັກສາສິດເປັນເຈົ້າອຳນາດຂອງຕົນຢູ່ພາກພື້ນຕາເວັນອອກກາງ; ສ່ວນປາແລັດສະຕິນທີ່ຍັງຖືກອິດສະຣາແອນໂຈມຕີຢ່າງຮ້າຍແຮງຢູ່ນັ້ນ, ອາເມຣິກາພັດເຮັດເສີຍເມີຍຕໍ່ເລື່ອງນີ້. ອາເມຣິກາໄດ້ເຂົ້າຂ້າງອິດສະຣາແອນມາແຕ່ດົນແລ້ວ ແລະ ນັ້ນກໍເປັນສາຍເຫດຕົ້ນຕໍ່ທີ່ເຮັດໃຫ້ການປະທະກັນລະຫວ່າງປາແລັດສະຕິນກັບອິດສະຣາແອນດຸເດືອດຂຶ້ນໄປເລື້ອຍໆ. ສົ່ງອາຫານໃຫ້ຝ່າຍໜຶ່ງແລະສົ່ງລູກລະເບີດໃຫ້ອີກຝ່າຍໜຶ່ງ, ຄວາມຈອມປອມແລະສອງມາດຕະຖານຂອງອາເມຣິກາຄວນຢຸດໄດ້ແລ້ວ!