ຈີນ-ອາເມຣິກາຈະຈັດກອງປະຊຸມເຈລະຈາລະຫວ່າງລັດຖະບານກ່ຽວກັບ AI ເປັນຄັ້ງທຳອິດ

2024-05-14 14:45:38 cri


ເພື່ອປະຕິບັດຕາມຄວາມເຫັນທີ່ເປັນເອກະພາບກັນລະຫວ່າງປະມຸກລັດຈີນ-ອາເມຣິກາໃນການພົບປະຢູ່ຊານຟຣານຊິສໂກ, ໂດຍຜ່ານການເປິກສາຫາລືລະຫວ່າງສອງຝ່າຍ, ຈີນ-ອາເມຣິກາຈະຈັດກອງປະຊຸມເຈລະຈາລະຫວ່າງລັດຖະບານກ່ຽວກັບປັນຍາປະດິດ ຫຼື AI ເປັນຄັ້ງທຳອິດຢູ່ນະຄອນເຊີແນວຂອງສະວິດ ໃນວັນທີ 14 ພຶດສະພານີ້, ເພື່ອດຳເນີນການແລກປ່ຽນກ່ຽວກັບບັນຫາຄວາມສ່ຽງຂອງເຕັກໂນໂລຊີ AI, ການບໍລິຫານທົ່ວໂລກ ແລະບັນຫາອື່ນໆທີ່ສອງຝ່າຍສົນໃຈຮ່ວມກັນ.