ຈີນຮຽກຮ້ອງໃຫ້ແກ້ໄຂບັນຫາເຢເມນດ້ວຍວິທີທາງການເມືອງ ແລະການທູດ

2024-05-14 15:07:37 cri

ວັນທີ 13 ພຶດສະພານີ້, ທ່ານເກີງສວງ ຮອງຜູ້ຕາງໜ້າຖາວອນຈີນປະຈຳອົງການສະຫະປະຊາຊາດໄດ້ກ່າວປາໄສໃນກອງປະຊຸມສະພາຄວາມໝັ້ນຄົງກ່ຽວກັບບັນຫາເຢເມນ, ຮຽກຮ້ອງໃຫ້ແກ້ໄຂບັນຫາເຢເມນດ້ວຍວິທີທາງການເມືອງ ແລະການທູດ, ຮຽກຮ້ອງໃຫ້ຈັດຕັ້ງປະຕິບັດມະຕິເລກ 2712, 2720 ແລະ 2728 ທີ່ຮັບຮອງໂດຍສະພາຄວາມໝັ້ນຄົງໂດຍໄວ, ຮຽກຮ້ອງໃຫ້ປະເທດທີ່ກ່ຽວຂ້ອງເພີ່ມທະວີການກົດດັນຕໍ່ອິດສະຣາແອນ. ຈີນຍິນດີສືບຕໍ່ທຳຄວາມພະຍາຍາມເພື່ອຊຸກຍູ້ໃຫ້ມີການຢຸດຍິງຢູ່ເຂດກາຊາ, ຫຼຸດຜ່ອນໄພພິບັດດ້ານມະນຸດສະທຳ ເພື່ອບັນລຸສັນຕິພາບ ແລະສະຖຽນລະພາບຢູ່ເຂດຕາເວັນອອກກາງ.