ຈີນຕົກລົງບໍ່ເຫັນດີໃຫ້ເຂດໄຕ້ຫວັນເຂົ້າຮ່ວມກອງປະຊຸມອົງການອະນາໄມໂລກປີນີ້

2024-05-14 14:48:32 cri

ວັນທີ 13 ພຶດສະພານີ້, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນກ່າວໃນກອງປະຊຸມຖະແຫຼງຂ່າວປະຈຳວ່າ, ຈີນຕົກລົງບໍ່ເຫັນດີໃຫ້ເຂດໄຕ້ຫວັນເຂົ້າຮ່ວມກອງປະຊຸມອົງການອະນາໄມໂລກປີນີ້. ຂໍ້ຕົກລົງດັ່ງກ່າວແມ່ນເພື່ອຮັກສາຫຼັກການຈີນດຽວ, ທັງແມ່ນເພື່ອຮັກສາຄວາມເຄັ່ງຂຶມແລະອິດທິພົນຂອງມະຕິທີ່ກ່ຽວຂ້ອງຂອງສະມັດຊາໃຫຍ່ອົງການສະຫະປະຊາຊາດແລະກອງປະຊຸມອົງການອະນາໄມໂລກ.


ທ່ານວ່າງເວີນປິ່ນຊີ້ອອກວ່າ, ກ່ຽວກັບບັນຫາເຂດໄຕ້ຫວັນຈີນເຂົ້າຮ່ວມກິດຈະກຳຂອງອົງການຈັດຕັ້ງສາກົນ ທີ່ລວມທັງອົງການອະນາໄມໂລກນັ້ນ, ຫຼັກໝັ້ນຂອງຈີນແມ່ນສະເໝີຕົ້ນສະເໝີປາຍ ແລະຈະແຈ້ງມາໂດຍຕະຫຼອດ, ນັ້ນກໍ່ຄື: ຕ້ອງປະຕິບັດຕາມຫຼັກການປະເທດຈີນດຽວ, ເຊິ່ງກໍ່ແມ່ນຫຼັກການພື້ນຖານຂອງມະຕິເລກ 2758 ຂອງສະມັດຊາໃຫຍ່ອົງການສະຫະປະຊາຊາດແລະມະຕິ 25.1 ຂອງກອງປະຊຸມອົງການອະນາໄມໂລກ. ການທ້າທາຍຕໍ່ຫຼັກການປະເທດຈີນດຽວ, ຈະບໍ່ມີອະນາຄົດ. ເຈດຕະນາໃດໆທີ່ຖືເອົາບັນຫາໄຕ້ຫວັນເປັນຂໍ້ອ້າງ, ກົດດັນຈີນດ້ວຍເຂດໄຕ້ຫວັນນັ້ນ ມີແຕ່ຈະຄັດຄ້ານຢ່າງເດັດດ່ຽວຈາກປະຊາຄົມໂລກ, ແລະຍ່ອມຈະຫຼົ້ມແຫຼວໃນທີ່ສຸດ.