ນາຍົກລັດຖະມົນຕີຈີນກ່າວວ່າ: ຕ້ອງເຮັດວຽກຕ່າງໆທີ່ສະໜັບສະໜູນ ການສ້າງສາ “ສິ່ງສຳຄັນສອງຢ່າງ” ໃຫ້ດີດ້ວຍຄຸນນະພາບສູງ

2024-05-14 14:51:39 cri


ວັນທີ 13 ພຶດສະພານີ້, ລັດຖະບານຈີນໄດ້ຈັດກອງປະຊຸມທາງໄກກ່ຽວກັບການລະດົມການຈັດວາງການສະໜັບສະໜູນການສ້າງສາ “ສິ່ງສຳຄັນສອງຢ່າງ” ຄື: ການປະຕິບັດຍຸດທະສາດສຳຄັນແຫ່ງຊາດ ແລະການສ້າງສາຄວາມສາມາດຮັກສາຄວາມປອດໄພໃນຂົງເຂດສຳຄັນ, ໃນກອງປະຊຸມ, ທ່ານຫຼີສຽງ ກຳມະການປະຈຳກົມການເມືອງສູນກາງພັກກອມມູນິດຈີນ, ນາຍົກລັດຖະມົນຕີຈີນໄດ້ກ່າວເນັ້ນວ່າ, ຕ້ອງລົງເລິກປະຕິບັດຕາມຈິດໃຈຊີ້ນຳອັນສຳຄັນຂອງທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ, ເຮັດວຽກຕ່າງໆທີ່ສະໜັບສະໜູນ ການສ້າງສາ “ສິ່ງສຳຄັນສອງຢ່າງ” ດັ່ງກ່າວໃຫ້ດີດ້ວຍຄຸນນະພາບສູງ, ເພື່ອອຳນວຍສິ່ງຄ້ຳຊູທີ່ແຂງແຮງໃຫ້ແກ່ການຊຸກຍູ້ການສ້າງສາຄວາມທັນສະໄໝແບບຈີນ.