ການປະສົບຄວາມຫຼົ້ມແຫຼວຢ່າງຕໍ່ເນື່ອງເຖິງ 8 ຄັ້ງໃນ “ການສະໜັບສະໜູນໄຕ້ຫວັນເຂົ້າຮ່ວມກອງປະຊຸມອົງການອະນາໄມໂລກ” ໄດ້ສ່ອງແສງໃຫ້ເຫັນເຖິງ 3 ບັນຫາ

2024-05-15 16:00:08 cri

ການລົງທະບຽນສຳລັບກອງປະຊຸມອົງການອະນາໄມໂລກຄັ້ງທີ 77 ໄດ້ສຳເລັດລົງແລ້ວ. ແນ່ນອນ, ເຂດໄຕ້ຫວັນຂອງຈີນໄດ້ຖືກປະຕິເສດບໍ່ໃຫ້ເຂົ້າຮ່ວມ, “ການບຸກເຂົ້າກອງປະຊຸນອົງການອະນາໄມໂລກ” ຂອງພັກປະຊາທິປະໄຕກ້າວໜ້າໄຕ້ຫວັນໄດ້ປະສົບຄວາມຫຼົ້ມແຫຼວ ເຊິ່ງເປັນ 8 ຄັ້ງຢ່າງຕໍ່ເນື່ອງແລ້ງ. ເລື່ອງນີ້ໄດ້ສ່ອງແສງໃຫ້ເຫັນຢ່າງເຕັມທີ່ວ່າ: ຫຼັກການປະເທດຈີນດຽວເປັນຄວາມຮັບຮູ້ທີ່ເປັນເອກະພາບກັນໂດຍທົ່ວໄປໃນປະຊາຄົມໂລກ. ເຖິງແມ່ນວ່າອາເມຣິກາໄດ້ປັ້ນສະໝອງແນວໃດເພື່ອ “ສະໜັບສະໜູນໄຕ້ຫວັນເຂົ້າຮ່ວມກອງປະຊຸມ”  ແລະ ບໍ່ວ່າພັກປະຊາທິປະໄຕກ້າວໜ້າໄຕ້ຫວັນໄດ້ “ອ້າງຄວາມໂສກເສົ້າຂຶ້ນມາເພື່ອຂໍການຊ່ວຍເຫຼືອ” ແນວໃດ ກໍລ້ວນແຕ່ເປັນເລື່ອງຕະຫຼົກທີ່ບໍ່ມີຜູ້ໃດສົນໃຈນຳ.

ກ່ອນອື່ນ, ເຂດໄຕ້ຫວັນຂອງຈີນບໍ່ມີຖານະ ແລະ ສິດໃດໆທີ່ຈະເຂົ້າຮ່ວມກອງປະຊຸມອົງການອະນາໄມໂລກ ໂດຍບໍ່ໄດ້ຮັບການອະນຸຍາດຈາກລັດຖະບານຈີນ. ໃນຖານະເປັນແຂວງໜຶ່ງຂອງຈີນ, ຖ້າໄຕ້ຫວັນເຂົ້າຮ່ວມຫົວຂໍ້ທີ່ກ່ຽວຂ້ອງໃນກອງປະຊຸມອົງການອະນາໄມໂລກ ກໍຕ້ອງປະຕິບັດຕາມຫຼັກການປະເທດຈີນດຽວ.

ສອງ, ອັນທີ່ເອີ້ນວ່າ ການທີ່ບໍ່ໃຫ້ໄຕ້ຫວັນເຂົ້າຮ່ວມກອງປະຊຸມອົງການອະນາໄມໂລກຈະເຮັດໃຫ້ “ລະບົບປ້ອງກັນການແພ່ລະບາດຂອງພະຍາດໃນສາກົນເກີດມີຄວາມບົກຜ່ອງ” ນັ້ນ ເປັນເລື່ອງໄຮ້ເຫດຜົນຮ້ອຍສ່ວນຮ້ອຍ. ເວົ້າສຳລັບລັດຖະບານຈີນແລ້ວ, ປະຊາຊົນສອງຝັ່ງຊ່ອງແຄບໄຕ້ຫວັນເປັນພີ່ນ້ອງຮ່ວມຊາດ. ພາຍໃຕ້ຂອບອົງການອະນາໄມໂລກ ແລະ ສອງຝັ່ງຊ່ອງແຄບໄຕ້ຫວັນທີ່ມີຢູ່ໃນປັດຈຸບັນ, ຊ່ອງທາງການແລກປ່ຽນ ແລະ ການແຈ້ງສະພາບການດ້ານການປ້ອງກັນການແພ່ລະບາດຂອງພະຍາດຂອງໄຕ້ຫວັນມີຄວາມລຸລ່ວງດີ, ກົນໄກດັ່ງກ່າວກໍໄດ້ຮັບການປັບປຸງໃຫ້ດີຂຶ້ນ, ສິດສຸຂະພາບຂອງປະຊາຊົນໄຕ້ຫວັນມີການຮັບປະກັນຢ່າງເຕັ້ມທີ່.

ສາມ, ອາເມຣິກາ “ສະໜັບສະໜູນໄຕ້ຫວັນເຂົ້າຮ່ວມກອງປະຊຸມອົງການອະນາໄມໂລກ” ເປັນເວລາຫຼາຍປີລຽນຕິດ, ທີ່ຈິງແມ່ນຖືເອົາໄຕ້ຫວັນເປັນລູກໝາກເດີນ. ປີນີ້ແມ່ນປີເລືອກຕັ້ງປະທານາທິບໍດີອາເມຣິກາສະໄໝໃໝ່, ນັກການເມືອງຈຳນວນໜຶ່ງກໍຫຼິ້ນໄພ້ດັ່ງກ່າວເພື່ອສະແດງໃຫ້ເຫັນເຖິງ “ການໃຊ້ທ່າທີທີ່ແຂງກ້າຮຸນແຮງຕໍ່ຈີນ” ເພື່ອຮຽກຄະແນນສຽງ.

ບໍ່ວ່າອາເມຣິກາຊ່ວຍກ່າວສະໜັບສະໜູນແນວໃດ ແລະ ກໍບໍ່ວ່າພັກປະຊາທິປະໄຕກ້າວໜ້າໄຕ້ຫວັນໄດ້ປັ້ນແຕ່ງຂ່າວລືແນວໃດກໍຕາມ, ເຂດໄຕ້ຫວັນກໍບໍ່ສາມາດໄດ້ຮັບສິດເຂົ້າຮ່ວມກອງປະຊຸມອົງການອະນາໄມໂລກໄດ້. ອັນທີ່ເອີ້ນວ່າ  “ສະໜັບສະໜູນໄຕ້ຫວັນເຂົ້າຮ່ວມກອງປະຊຸນອົງການອະນາໄມໂລກ” ເປັນພຽງແຕ່ເລື່ອງຕະຫຼົກເທົ່ານັ້ນ.